• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປຶກສາຫາລືດ້ານການເມືອງປະຈຳປີຂັ້ນຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ - ໄທ ຄັ້ງທີ 7

      ທ່ານຮອງລັດຖະມົນຕີ ຫງວຽນກ໊ວກຢຸ໋ງ ເນັ້ນໜັກວ່າ ອາຊຽນ ຕ້ອງເພິ່ມທະວີຄວາມສາມັກຄີ, ຍູ້ແຮງການປະຕິບັດປະຊາຄົມ ອາຊຽນຢ່າງສຳເລັດຜົນ.

ການປຶກສາຫາລືດ້ານການເມືອງປະຈຳປີຂັ້ນຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ - ໄທ ຄັ້ງທີ 7
(ພາບ: TTXVN) 
      ປຶກສາຫາລືດ້ານການເມືອງປະຈຳປີຂັ້ນຮອງລັດຖະມົນຕີການຕ່າງປະເທດຄັ້ງທີ 7 ລະຫວ່າງ ຫວຽດນາມ ແລະ ໄທ ດຳເນີນຢູ່ ນະຄອນຫຼວງ ຮ່າໂນ້ຍ ໃນວັນທີ 20 ມັງກອນ ພາຍໃຕ້ການເປັນປະທານຮ່ວມຂອງທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກ໊ວກຢຸ໋ງ ແລະ ທ່ານເລຂາປະຈຳກະຊວງການຕ່າງປະເທດ ໄທ ບຸສະຍານາທະແລ້ງ, ສອງຝ່າຍເຫັນດີເປັນເອກະສັນກັນເພິ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນໃນໄລຍະຈະມາເຖິງ; ສົມທົບກະກຽມເປັນຢ່າງດີໃຫ້ກອງປະຊຸມຄັ້ງທີ 4 ຄະນະລັດຖະບານລະຫວ່າງ ຫວຽດນາມ - ໄທ ໃນປີ 2020; ສືບຕໍ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດໃນບັນດາຂົງເຂດການປ້ອງກັນຊາດປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ, ການເຊື່ອມຕໍ່, ຄົມມະນາຄົມຂົນສົ່ງ, ການທ່ອງທ່ຽວ, ແຮງງານ.
            ໂດຍແມ່ນບັນດາສະມາຊິກຂອງບັນດາກົນໄກອະນຸພາກພື້ນ ແມ່ນ້ຳຂອງ, ຫວຽດນາມ ແລະ ໄທ ຕ້ອງເພິ່ມທະວີການສົມທົບ, ແລກປ່ຽນບົດຮຽນກັບບັນດາສະມາຊິກອື່ນ ແລະ ບັນດາຄູ່ຮ່ວມມືກ່ຽວຂ້ອງເພື່ອຊຸກຍູ້ການຮ່ວມມືຢູ່ອະນຸພາກພື້ນຢ່າງແທດຈິງ. ທ່ານຮອງລັດຖະມົນຕີ ຫງວຽນກ໊ວກຢຸ໋ງ ສະເໜີວ່າ ໄທ ຕັ້ງໜ້າສະໜັບສະໜູນ ຫວຽດນາມປະຕິບັດບົດບາດປະທານ ອາຊຽນ ປີ 2020 ຢ່າງສຳເລັດ  ແລະ ຮັບໜ້າທີ່ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 - 2021 ເປັນຢ່າງດີ; ປະສານສົມທົບຢ່າງແໜ້ນແຟ້ນກັບ ຫວຽດນາມໃນບັນດາບັນຫາປ້ອງກັນຄວາມສະຫງົບລວມຂອງພາກພື້ນ, ໃນນັ້ນມີທະເລຕາເວັນອອກ, ນຳໃຊ້ ແລ ຄຸ້ມຄອງແຫຼ່ງນ້ຳແມ່ນ້ຳຂອງ. ປຶກສາຫາລືການເມືອງຄັ້ງທີ 8 ປີ 2021 ຈະດຳເນີນຢູ່ ໄທ.
 (ແຫຼ່ງຄັດຈາກ VOV)
 

ແຂກສາກົນມາ ຫວຽດນາມ ໃນ 4 ເດືອນຜ່ານມາບັນລຸລະດັບກ່ວາ 6 ລ້ານເທື່ອຄົນ

ແຂກສາກົນມາ ຫວຽດນາມ ໃນ 4 ເດືອນຜ່ານມາບັນລຸລະດັບກ່ວາ 6 ລ້ານເທື່ອຄົນ

ບັນລຸໝາກຜົນນີ້ແມ່ນຍ້ອນນະໂຍບາຍອອກວີຊາອຳນວຍຄວາມສະດວກ, ບັນດາລາຍການສົ່ງເສີມການທ່ອງທ່ຽວທີ່ດູດດື່ມພວມສືບຕໍ່ເສີມຂະຫຍາຍປະສິດທິຜົນ.

Top