• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປີປະທານ ອາຊຽນ 2020: ອາຊຽນ - ຈີນເພີ່ມທະວີການຮ່ວມມືໃນການຮັບມືກັບພະຍາດອັກເສບປອດທີ່ເກີດຈາກໄວຣັດ COVID -19

      ວັນທີ 20 ກຸມພາ, ຢູ່ນະຄອນຫຼວງ ວຽງຈັນ, ປະເທດ ລາວ, ທ່ານ ຟ້າມບີ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ພ້ອມກັບບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ແລະ ທ່ານ ຫວັງອີ້ ກຳມະການລັດຖະບານ, ລັດຖະມົນຕີກະຊວງການຕ່າງປະເທດ ຈີນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ຈີນ ພິເສດ ກ່ຽວກັບການຮັບມືກັບເຊື້ອພະຍາດ COVID – 19.

ລັດຖະມົນຕີການຕ່າງປະເທດ 10 ປະເທດ ອາຊຽນ, ເລຂາທິການໃຫຍ່ ອາຊຽນ ແລະ ລັດຖະມົນຕີການຕ່າງປະເທດຈີນ
(ພາບ:TTXVN) 
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານໃນບົດບາດເປັນປະທານອາຊຽນ ຟ້າມບີ່ງມິງ ໄດ້ແບ່ງປັນກ່ຽວກັບບັນດາຄວາມມານະພະຍາຍາມຢ່າງຮີບດ່ວນ, ຄົບຊຸດ ແລະ ທັນການຂອງ ອາຊຽນກໍ່ຄືການຮ່ວມມືກັບບັນດາຄູ່ຮ່ວມມືເພື່ອແນໃສ່ ສະກັດກັ້ນ, ຄວບຄຸມ ໂລກລະບາດດັ່ງກ່າວ. ທ່ານຮອງນາຍົກລັດຖະມົນຕີ ໄດ້ແຈ້ງໃຫ້ຊາບກ່ຽວກັບໝາກຜົນຂອງການຄວບຄຸມເຊື້ອພະຍາດ COVID – 19 ຂອງ ຫວຽດນາມ ແລະ ບັນດາການເຄື່ອນໄຫວຮ່ວມມືຢ່າງຕັ້ງໜ້າຂອງ ຫວຽດນາມກັບຈີນໃນໄລຍະທີ່ຜ່ານມາ. ພ້ອມທັງຢັ້ງຢືນວ່າ ຫວຽດນາມຈະສືບຕໍ່ຍູ້ແຮງຄວາມມານະພະຍາຍາມຊຸກຍູ້ການຮ່ວມມືຢ່າງມີປະສິດທິຜົນໃນອາຊຽນ, ລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື, ພິເສດແມ່ນ ຈີນ, ທ່ານກໍ່ສະແດງຄວາມເຊື່ອໝັ້ນວ່າ ດ້ວຍຄວາມຕັດສິນໃຈ ແລະ ຄຳໝັ້ນສັນຍາຢ່າງແຮງ, ການກະທຳຢ່າງທັນການຂອງ ລັດຖະບານ ແລະ ປະຊາຊົນ, ໂລກລະບາດ COVID – 19 ຈະຖືກຍູ້ຖອຍ ແລະ ບັນດາການເຄື່ອນໄຫວໃນການຮ່ວມມືດ້ານເສດຖະກິດ, ແລກປ່ຽນການຄ້າ - ການລົງທຶນ, ພົວພັນແລກປ່ຽນປະຊາຊົນ ຈະກັບຄືນສູ່ສະພາບປົກກະຕິໂດຍໄວ.
        ສິ້ນສຸດກອງປະຊຸມ, ບັນດາທ່ານລັດຖະມົນຕີການຕ່າງປະເທດບັນດາປະເທດ ອາຊຽນ - ຈີນ ໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ຈີນ ພິເສດ ກ່ຽວກັບການຮັບມືກັບໂລກລະບາດ COVID – 19.
 (ແຫຼ່ງຄັດຈາກ VOV)

ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມທິວທັດທຳມະຊາດ ຈ່າງອານ ຊຶ່ງ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ

ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມທິວທັດທຳມະຊາດ ຈ່າງອານ ຊຶ່ງ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ

ກຸ່ມ ທິວທັດທຳມະຊາດ ຈ່າງອານ ແມ່ນຈຸດເດັ່ນພິເສດຂອງທຳມະຊາດ, ປະຊາຊົນ ນິງບິ່ງ, ໂດຍໄດ້ຮັບການຮັບຮອງຈາກ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳທຳມະຊາດໂລກປີ 2024.

Top