• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປີທ່ອງທ່ຽວແຫ່ງຊາດ 2022: ຢັ້ງຢືນເຄື່ອງໝາຍການຄ້າການທ່ອງທ່ຽວຂຽວ ກວ໋າງນາມ

ປີທ່ອງທ່ຽວແຫ່ງຊາດ - ກວ໋າງນາມ 2022 (Visit Viet Nam Year – Quang Nam 2022) ດ້ວຍຫົວຂໍ້ “ກວ໋າງນາມ - ສະຖານທີ່ທ່ອງທ່ຽວຂຽວ” ແມ່ນໂອກາດເພື່ອໃຫ້ຂະແໜງທ່ອງທ່ຽວຟື້ນຟູ ແລະ ພັດທະນາໃນສະພາບການໃໝ່. ພິທີໄຂປີທ່ອງທ່ຽວແຫ່ງຊາດ 2022 ຄາດວ່າ ຈະດຳເນີນໃນວັນທີ 25 ມີນາ ຢູ່ ເກາະ ກີ໊ອຶກ, ນະຄອນ ໂຮ້ຍອານ. ພິທີປິດປີທ່ອງທ່ຽວຈະດຳເນີນໃນທ້າຍເດືອນ ທັນວາ 2022 ຢູ່ Vinpearl ທິດໃຕ້ ໂຮ້ຍອານ.
ເດືອນ 12/1999, ຖະໜົນເກົ່າ ໂຮ້ຍອານ ໄດ້ຮັບການຮັບຮອງຈາກ UNESCO ວ່າ ແມ່ນມໍລະດົກວັດທະນະທຳໂລກ (ພາບ: TTXVN)

ບັນດາການເຄື່ອນໄຫວຕອບສະໜອງປີທ່ອງທ່ຽວແຫ່ງຊາດ 2022 ຈະຖືກຜັນຂະຫຍາຍຕາມ 6 ເນື້ອໃນຢ່າງຕໍ່ເນື່ອງຄື: ລາຍການ ໄປທ່ຽວ ກວ໋າງນາມ ໃນຍາມລະດູບານໃໝ່; ລາຍການ ທ່ອງທ່ຽວຕາມແມ່ນ້ຳລຳເຊ, ການກະສິກໍາ ແລະ ຜະລິດຕະພັນ OCOP; ລາຍການ ທ່ອງທ່ຽວຈຸດນັດພົບ ຈູລາຍ; ລາຍການ ທ່ອງທ່ຽວວັດທະນະທຳບັນດາເຜົ່າ ແລະ ເສັ້ນທາງ ໂຮ່ຈີມິນ ແຫ່ງເທບນິຍາຍ; ລາຍການ ກວ໋າງນາມ - ບັນຍາກາດລະດູຮ້ອນ ແລະ ລາຍການທ່ອງທ່ຽວ ສີສັນມໍລະດົກ. ບັນດາການເຄື່ອນໄຫວເຫຼົ່ານີ້ ຕ້ອງຕອບສະໜອງຕາມມາດຕະຖານການທ່ອງທ່ຽວຂຽວ ນັບແຕ່ສະຖານທີ່ທ່ອງທ່ຽວປອດໄພ, ເປັນມິດກັບສິ່ງແວດລ້ອມ ຕະຫຼອດຮອດການຮັບປະກັນຄວາມປອດໄພແກ່ແຂກທ່ອງທ່ຽວ. ປີທ່ອງທ່ຽວແຫ່ງຊາດ - ກວ໋າງນາມ 2022 ຈະປະກອບສ່ວນຍົກສູງພາບພົດ, ທີ່ຕັ້ງ, ເຄື່ອງໝາຍການຄ້າການທ່ອງທ່ຽວ ຫວຽດນາມ ເວົ້າລວມ ແລະ ແຂວງ ກວ໋າງນາມ ເວົ້າສະເພາະໃນໄລຍະຈະມາເຖິງ, ໂດຍສະເພາະແມ່ນເມື່ອ ຫວຽດນາມ ເປີດປະຕູເຄື່ອນໄຫວການທ່ອງທ່ຽວຄືນໃໝ່ ນັບແຕ່ວັນທີ 15 ມີນາ ເປັນຕົ້ນໄປ.


(ແຫຼ່ງຄັດຈາກ VOV)

ນາຍົກລັດຖະມົນຕີໂອ້ລົມສົນທະນາກັບຊາວກະສິກອນ ຫວຽດນາມ ປີ 2025

ນາຍົກລັດຖະມົນຕີໂອ້ລົມສົນທະນາກັບຊາວກະສິກອນ ຫວຽດນາມ ປີ 2025

ທ່ານນາຍົກລັຖະມົນຕີ ໄດ້ພ້ອມກັບບັນດາກະຊວງ, ຂະແໜງການ ຕອບຫຼາຍຄຳຖາມຂອງພໍ່ແມ່ຊາວກະສິກອນໂດຍກົງ, ເຊິ່ງກ່ຽວຂ້ອງເຖິງບັນດາບັນຫາ.

Top