• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປິດກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ທີ 47 ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14

ພາຍຫຼັງກອງປະຊຸມຄັ້ງນີ້, ບັນດາອົງການຂອງສະພາແຫ່ງຊາດຕ້ອງສົມທົບກັບບັນດາອົງການຂອງລັດຖະບານ, ບັນດາອົງການກ່ຽວຂ້ອງ ສືບຕໍ່ປະກອບເນື້ອໃນ ເຊິ່ງຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃຫ້ສົມບູນແບບ.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກ່າວຄຳເຫັນສະຫຼຸບກອງປະຊຸມ (ພາບ: cand.com.vn)

ຕອນບ່າຍວັນທີ 12 ສິງຫາ, ຢູ່ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດ ໄດ້ປິດກອງປະຊຸມສະໄໝສາມັນເທື່ອທີ 47 ພາຍຫຼັງເຮັດວຽກມາເປັນເວລາ 3 ວັນ. ກ່າວຄຳເຫັນປິດກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ສະເໜີວ່າ ພາຍຫຼັງກອງປະຊຸມຄັ້ງນີ້, ບັນດາອົງການຂອງສະພາແຫ່ງຊາດຕ້ອງສົມທົບກັບບັນດາອົງການຂອງລັດຖະບານ, ບັນດາອົງການກ່ຽວຂ້ອງ ສືບຕໍ່ປະກອບເນື້ອໃນ ເຊິ່ງຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃຫ້ສົມບູນແບບ. ເນື້ອໃນໃດທີ່ມີເງື່ອນໄຂຄົບຖ້ວນຈະໄດ້ກະກຽມເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດ, ເນື້ອໃນໃດທີ່ຍັງບໍ່ສົມບູນແບບນັ້ນ ແມ່ນຕ້ອງພະຍາຍາມຊຸກຍູ້, ບໍ່ປະໃຫ້ໂລກລະບາດໂຄວິດ - 19 ກໍ່ຜົນສະທ້ອນຕໍ່ຄວາມຄືບໜ້າຂອງວຽກງານ./.
(ແຫຼ່ງຄັດຈາກ VOV)

ເປີດ​ຕົວ​ປຶ້ມ ຄວາມ​ຊົງ​ຈຳ ດ້ຽນ​ບຽນ​ຝູ - ບັນ​ດາຕົວພະ​ຍານປະ​ຫວັດ​ສາດ ​ອອກ​ສຽງ

ເປີດ​ຕົວ​ປຶ້ມ “ຄວາມ​ຊົງ​ຈຳ ດ້ຽນ​ບຽນ​ຝູ - ບັນ​ດາຕົວພະ​ຍານປະ​ຫວັດ​ສາດ ​ອອກ​ສຽງ”

ຕອນບ່າຍວັນທີ 3 ພຶດສະພາ, ຢູ່ຮ່າໂນ້ຍ, ສຳນັກພິມຈຳໜ່າຍ ມະຫາວິທະຍາໄລສ້າງຄູ ຮ່າໂນ້ຍ ໄດ້ຈັດພິທີເປີດຕົວປຶ້ມ “ຄວາມຊົງຈຳ ດ້ຽນບຽນຝູ - ບັນດາພະຍານປະຫວັດສາດ ອອກສຽງ” ຂອງນັກປະຫວັດສາດ ຊາວຝລັ່ງ ສອງຄົນ ນັ້ນແມ່ນທ່ານ Pierre Journoud ແລະ ທ່ານ Hugues Tertrais.

Top