• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປິດກອງປະຊຸມຂັ້ນລັດຖະມົນຕີລະຫວ່າງກຳປູເຈຍ-ລາວ-ຫວຽດນາມກ່ຽວກັບການສະກັດກັ້ນ, ຕ້ານຢາເສບຕິດຄັ້ງທີ 18

ກອງປະຊຸມສາມຝ່າຍຂັ້ນລັດຖະມົນຕີລະຫວ່າງ 3 ປະເທດຫວຽດນາມ-ກຳປູເຈຍ-ລາວກ່ຽວກັບການຮ່ວມມືສະກັດກັ້ນ, ຕ້ານຢາເສບຕິດຄັ້ງທີ 18, ກອງປະຊຸມໄດ້ປິດລົງໃນວັນທີ 12 ກັນຍາ.

ພິທີປິດກອງປະຊຸມຂັ້ນລັດຖະມົນຕີລະຫວ່າງກຳປູເຈຍ-ລາວ-ຫວຽດນາມກ່ຽວກັບການສະກັດກັ້ນ, ຕ້ານຢາເສບຕິດຄັ້ງທີ 18

ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານເລກຸ໊ຍເວືອງຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມໃຫ້ຮູ້ວ່າ: ກອງປະຊຸມໄດ້ແບ່ງປັນຄວາມວິຕົກກັງວົນຕໍ່ສະພາບການຜະລິດ, ຄ້າຂາຍ, ຂົນສົ່ງຢາເສບຕິດຢ່າງຜິດກົດໝາຍ, ພິເສດແມ່ນຢາເສບຕິດປະເພດປະສົມແລະທາດກ່ອມປະສາດຊະນິດໃໝ່. ຕາມທ່ານຮອງລັດຖະມົນຕີເລກຸ໊ຍເວືອງແລ້ວ, ສະພາບການດັ່ງກ່າວຈຳເປັນຕ້ອງເພີ່ມທະວີການຮ່ວມມືແລະສຸມໃສ່ຊີ້ນຳຢ່າງແຮງ, ບັນດາເຈົ້າໜ້າທີ່ຂອງແຕ່ລະປະເທດ ຕ້ອງມີມາດຕະການແກ້ໄຂທີ່ສອດຄ່ອງ ແລະ ເໝາະສົມ, ຮັບມືກັບຜົນຮ້າຍຂອງອາດຊະຍາກຳຢາເສບຕິດຢູ່ແຕ່ລະປະເທດແລະໃນພາກພື້ນ, ທ່ານເລກຸ໊ຍເວືອງກ່າວວ່າ:

“ພວກເຮົາໄດ້ໃຫ້ບູລິມາສິດ, ສຸມໃສ່ຊີ້ນຳ: ເພີ່ມທະວີແບ່ງປັນຂໍ້ມູນຂ່າວສານ, ແລກປ່ຽນບົດຮຽນ; ຍົກສູງປະສິດທິຜົນບັນດາມາດຕະການຄວບຄຸມຊາຍແດນ; ປະຕິບັດການລາດຕະເວນ, ຄວບຄຸມກວດກາແລະສ້າງຄະນະຮັບຜິດຊອບສະເພາະຄະດີໃນການຕໍ່ສູ້ຮ່ວມກັນ; ສົມທົບກັນກວດກາແລະຈັບກຸມກຸ່ມທີ່ເປັນເປົ້າໝາຍ; ຍົກສູງປະສິດທິຜົນການເຄື່ອນໄຫວຂອງຫ້ອງການຕິດຕໍ່ຜ່ານຊາຍແດນ (BLO); ພິຈາລະນາສ້າງຕັ້ງຫ້ອງການຕິດຕໍ່ຫຼັງໃຫມ່ຢູ່ໃນບັນດາບໍລິເວນຊາຍແດນທີ່ມີຄວາມສ່ຽງສູງດ້ານອາດຊະຍາກຳ ແລະຄ້າຂາຍຢາເສບຕິດລະຫວ່າງບັນດາປະເທດ. ນີ້ກໍ່ແມ່ນການກຳນົດທິດແລະບູລິມະສິດການເຄື່ອນໄຫວທີ່ສຳຄັນເພື່ອແນໃສ່ເຮັດໃຫ້ການພົວພັນຮ່ວມມືລະຫວ່າງ 3 ປະເທດກ້າວເຂົ້າສູ່ລວງເລິກ, ມີປະສິດທິຜົນ, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການດ້ານພາວະວິໄສຂອງຂະບວນການຕໍ່ສູ້ຕ້ານຢາເສບຕິດໃນປັດຈຸບັນ.”

        ກອງປະຊຸມດັ່ງກ່າວໄດ້ຮັບຮອງເອົາຖະແຫຼງການຮ່ວມແລະລົງນາມໃນບບົົດບັນທຶກວ່າດ້ວຍການຮ່ວມມືຄວບຄຸມຢາເສບຕິດ, ທາດກອ່ມປະສາດ ແລະ ທາດຕັ້ງຕົ້ນຜະລິດຢາເສບຕິດລະຫວ່າງ ຫວຽດນາມແລະກຳປູເຈຍ; ຫວຽດນາມ-ລາວ./.

(ແຫຼ່ງຄັດຈາກ VOV)

ນຳ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ກາຍ​ເປັນ​ກຳ​ລັງ​ໜູນ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ນຳ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ກາຍ​ເປັນ​ກຳ​ລັງ​ໜູນ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ຮ່າງ​ກົດ​ໝາຍ​ໄດ້​ອອກ​ແບບ​ສຸມ​ໃສ່​ 7 ກຸ່ມເນື້ອ​ໃນ​ໃຫຍ່, ໃນ​ນັ້ນ​ມີ​ການ​ພັດ​ທະ​ນາ ສະ​ພາບ​ນິ​ເວດ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ, ຊັບ​ສິນ​ທາງ​ປັນ​ຍາ, ຊັບ​ພະ​ຍາ​ກອນ​ມະ​ນຸດ, ພື້ນ​ຖານ​ໂຄງ​ລ່າງ, ຕະຫຼາດ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ ພ້ອມ​ກັບ​ນະ​ໂຍ​ບາຍ​ການ​ເງິນ ແລະ ການ​ໜູນ​ຊ່ວຍ, ບຸ​ລິ​ມະ​ສິດ​ການ​ລົງ​ທຶນ.

Top