• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປັນ​ຍາ​ຊົນ ຫວຽດ​ນາມ ​ອາ​ໄສ​ຢູ່ ອັງ​ກິດ ​ໃຫ້​ຄຳ​ປຶກ​ສາ​ນະ​ໂຍ​ບາຍ​ພັດ​ທະ​ນາ​ສູນ​ການ​ເງິນ​ສາ​ກົນ

VIS ປາດຖະໜາ ແລະ ສາມາດປະກອບສ່ວນເຂົ້າໃນວິວັດການກໍ່ສ້າງ ແລະ ພັດທະນາສູນການເງິນສາກົນຢູ່ ຫວຽດນາມ ຜ່ານການເຄື່ອນໄຫວບຳລຸງສ້າງລົງເລິກຂະແໜງ, ຄົ້ນຄ້ວານະໂຍບາຍ ແລະ ເຊື່ອມຕໍ່ເຄືອຂ່າຍປັນຍາຊົນ.
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຮວ່າບິ່ງ ພົບປະກັບສະມາຄົມປັນຍາຊົນ ຫວຽດນາມ ຢູ່ ອັງກິດ ແລະ ອຽກລັງ (VIS) (ພາບ: TTXVN)

ຫວຽດນາມ ມີຄວາມສາມາດບົ່ມຊ້ອນໃຫຍ່ເພື່ອກາຍເປັນສູນການເງິນສາກົນສຳຄັນໃນພາກພື້ນ ແລະ ໂລກ. ເຖິງຢ່າງໃດກໍຕາມ, ເພື່ອຫັນຄວາມສາມາດບົ່ມຊ້ອນນີ້ໃຫ້ປະກົດຜົນເປັນຈິງ, ຕ້ອງມີຍຸດທະສາດພັດທະນາຢ່າງຈະແຈ້ງ, ຮັບປະກັນບັນດາປັດໄຈພື້ນຖານຄື ສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ໂປງໃສ, ມີແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ມີພື້ນຖານໂຄງລ່າງການເງິນທີ່ທັນສະໄໝ, ຕະຫຼາດການເງິນທີ່ເຂັ້ມແຂງ ແລະ ມີເຄື່ອງໝາຍການຄ້າສາກົນ.

ນີ້ແມ່ນຂໍ້ສະເໜີແນະຂອງສະມາຄົມປັນຍາຊົນ ຫວຽດນາມ ຢູ່ ອັງກິດ ແລະ ອຽກລັງ (VIS) ທີ່ການພົບປະກັບທ່ານຮອງນາຍົກລັດຖະມົນຕີ ຫງວຽນຮວ່າບິ່ງໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ອັງກິດຂອງທ່ານ. ບັນດານັກຊ່ຽວຊານ VIS ໄດ້ຍົກອອກບັນດາຂໍ້ສະເໜີແນະກ່ຽວກັບລະບົບການເງິນທະນາຄານ, ຕະຫຼາດການເງິນ, ວິສາຫະກິດ ແລະ ບົດບາດໃນການຄຸ້ມຄອງບໍລິສັດ, ຍົກອອກຄວາມຈຳເປັນຂອງການລົງທຶນຢ່າງມີແບບມີແຜນເຂົ້າໃນການພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ເໝາະສົມກັບແຕ່ລະໄລຍະ, ຮັບປະກັນລັກສະນະແກ້ງແຍ້ງ ແລະ ການເຊື່ອມໂຍງ.

ທ່ານປະທານ VIS, ສາດສະດາຈານ ຫງວຽນຊວນຮວນ ໃຫ້ຮູ້ວ່າ VIS ປາດຖະໜາ ແລະ ສາມາດປະກອບສ່ວນເຂົ້າໃນວິວັດການກໍ່ສ້າງ ແລະ ພັດທະນາສູນການເງິນສາກົນຢູ່ ຫວຽດນາມ ຜ່ານການເຄື່ອນໄຫວບຳລຸງສ້າງລົງເລິກຂະແໜງ, ຄົ້ນຄ້ວານະໂຍບາຍ ແລະ ເຊື່ອມຕໍ່ເຄືອຂ່າຍປັນຍາຊົນ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top