• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປັນຍາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດມີຄວາມຕັ້ງຫວັງຕໍ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ການນຳລຸ່ນໃໝ່ຂອງ ຫວຽດນາມ ໄດ້ຍົກອອກບັນດານະໂຍບາຍຊີ້ຂາດຢ່າງວ່ອງໄວກວ່າ, ເດັດດ່ຽວ ແລະ ແທດຈິງກວ່າ.
      (ທ່ານປະລິນຍາເອກ ຮ່າເຊີນຕຸງ)  

 ເພື່ອມຸ່ງໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ, ປະຊາຄົມນັກປັນຍາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ພວມຕິດຕາມດ້ວຍຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຕັ້ງຫວັງຢ່າງໃຫຍ່ຫຼວງ. ນີ້ແມ່ນເຫດການການເມືອງທີ່ສຳຄັນ, ເປີດແງ່ຫວັງກ່ຽວກັບບັນດາຂອດບຸກທະລຸຢ່າງແຮງເພື່ອນຳ ຫວຽດນາມ ກ້າວເຂົ້າສູ່ສັງກາດໃໝ່. ທ່ານປະລິນຍາເອກ ຮ່າເຊີນຕຸງ, ຮອງຫົວໜ້າພະແນກເຕັກໂນໂລຊີສົ່ງຂໍ້ມູນຜ່ານແສງ (optical) ກ້າວໜ້າຂຶ້ນກັບສະຖາບັນມະຫາບັນດິດວິທະຍາສາດແຫ່ງຊາດ ສິງກະໂປ A*STAR, ຫວັງວ່າ:

        “ຂ້າພະເຈົ້າເຫັນວ່າ ການນຳລຸ່ນໃໝ່ຂອງ ຫວຽດນາມ ໄດ້ຍົກອອກບັນດານະໂຍບາຍຊີ້ຂາດຢ່າງວ່ອງໄວກວ່າ, ເດັດດ່ຽວ ແລະ ແທດຈິງກວ່າ. ຂ້າພະເຈົ້າມີຄວາມຕັ້ງຫວັງວ່າ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ບັນດານະໂຍບາຍຊີ້ຂາດນັ້ນຍິ່ງໄດ້ຮັບການຜັນຂະຫຍາຍເປັນຕົວຈິງ. ຈຸດປະສົງສຸດທ້າຍຂອງທຸກນະໂຍບາຍຊີ້ຂາດກໍ່ເພື່ອປັບປຸງພື້ນຖານເສດຖະກິດ, ເພີ່ມລາຍຮັບ ແລະ ຮັບປະກັນການດຳລົງຊີວິດຂອງປະຊາຊົນ.”

(ແຫຼ່ງຄັດຈາກ VOV)

ດັກ​ລັກ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ໜ້າ​ທີ່​ຕ້ານ​ການ​ຂຸດ​ຄົ້ນ IUU

ດັກ​ລັກ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ໜ້າ​ທີ່​ຕ້ານ​ການ​ຂຸດ​ຄົ້ນ IUU

ໄລ່ຮອດວັນທີ 28 ກຸມພາ, ແຂວງດັກລັກ ມີກຳປັ່ນຫາປາທີ່ໄດ້ຈົດທະບຽນໃນລະບົບຖານຂໍ້ມູນອາຊີບຫາປາແຫ່ງຊາດ 2.575 ລຳ. ກຳປັ່ນ ທີ່ມີໜັງສືອະນຸຍາດຂຸດຄົ້ນສິນນ ໃນນ້ຳຍັງມີຜົນສັກສິດ 2555 ລຳ

Top