• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump: ຫຼາຍ​ປະ​ເທດ ອາ​ດ​ຈະ​ຈັດ​ສົ່ງ​ກ່ຳ​ປັ່ນ​ສູ້​ຮົບ​ໄປ​ຍັງ​ເຂດ​ຊ່ອງ​ແຄບ​ທະ​ເລ Hormuz

ວັນທີ 14 ມີນາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ຫຼາຍປະເທດອາດຈະຈັດສົ່ງກ່ຳປັ່ນສູ້ຮົບໄປຍັງເຂດຊ່ອງແຄບທະເລ Hormuz ເພື່ອແນໃສ່ຮັບປະກັນໃຫ້ເສັ້ນທາງຂົນສົ່ງພະລັງງານສຳຄັນນີ້ຢ່າງໂລ່ງລຽນ ໃນສະພາບການຄວາມເຄັ່ງຕຶງລະຫວ່າງ ອາເມລິກາ ແລະ ອີຣານ ສືບຕໍ່ເພີ່ມຂຶ້ນ.
  ທ່ານປະທານາທິບໍດີ ອາເມລິກາ Donald Trump ກ່າວຄຳເຫັນຕໍ່ໜ້າສື່ມວນຊົນໃນວັນທີ 13/3/2026. (ພາບ: : REUTERS/Kevin Lamarque)  

ໃນບົດຂຽນທີ່ໄດ້ເອົາລົງໃນສື່ສັງຄົມອອນໄລ Truth Social, ທ່ານ  Donald Trump ປະທານາທິບໍດີ ອາເມລິກາ ຖືວ່າ ບັນດາປະເທດຖືກຜົນກະທົບຈາກຄວາມມານະພະຍາຍາມຂອງ ອີຣານ ເພື່ອແນໃສ່ປິດປະຕູຊ່ອງແຄບທະເລ Hormuz ຈະສົມທົບກັບ ວໍຊິງຕັນ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ເສັ້ນທາງຂົນສົ່ງທາງທະເລນີ້ການສົມທົບຈະໄດ້ປະຕິບັດດ້ວຍເລື່ອງບັນດາປະເທດ ຈະສົ່ງກ່ຳປັ່ນສູ້ຮົບໄປຍັງເຂດດັ່ງກ່າວ ເພື່ອຮັກສາໃຫ້ຊ່ອງແຄບທະເລ Hormuz ໄດ້ຮັບການຈະລາຈອນຢ່າງລຸລ່ວງ.

    ທ່ານປະທານາທິບໍດີ Donald Trump  ຫວັງວ່າ ປະເທດຈຳນວນໜຶ່ງຄືຈີນຝລັ່ງຍີ່ປຸ່ນ.ເກົາຫຼີອັງກິດ ແລະ ບາງປະເທດອື່ນ ຈະຈັດສົ່ງກ່ຳປັ່ນໄປຍັງເຂດດັ່ງກ່າວເຖິງຢ່າງໃດກໍຕາມທຳນຽບຂາວ ຍັງບໍ່ທັນໄດ້ຍົກອອກປະຕິກິລິຍາໃດຕໍ່ເລື່ອງ ຈະມີປະເທດໃດແດ່ ທີ່ຕົກລົງເຫັນດີຈັດສົ່ງກ່ຳປັ່ນສູ້ຮົບໄປຍັງເຂດດັ່ງກ່າວຢ່າງເປັນທາງການຫຼືບໍ?

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເປັນ​ປະ​ທານ​ການ​ເຮັດ​ວຽກ​ກ່ຽວ​ກັບ​ການ​ວາງ​ແຜນ​ຜັງ​ສັງ​ລວມ​ນະ​ຄອນ​ຫຼວງ ​ຮ່າ​ໂນ້ຍ ວີ​ໄສ​ທັດ​ 100 ປີ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເປັນ​ປະ​ທານ​ການ​ເຮັດ​ວຽກ​ກ່ຽວ​ກັບ​ການ​ວາງ​ແຜນ​ຜັງ​ສັງ​ລວມ​ນະ​ຄອນ​ຫຼວງ ​ຮ່າ​ໂນ້ຍ ວີ​ໄສ​ທັດ​ 100 ປີ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ ປັດຊະຍາຂອງການວາງແຜນກຳນົດແມ່ນຖືມະນຸດເປັນໃຈກາງ, ເຈົ້າຂອງ; ຕົວເມືອງແຫ່ງຄວາມຮັ່ງມີ, ສີວິໄລ, ຄວາມຈະເລີນຮຸ່ງເຮືອງ, ສີສັນ, ທັນສະໄໝ ແລະ ວິໄສທັດ 100 ປີ.

Top