ຂ່າວສານ
ປະທານາທິບໍດີ ອາເມລິກາ Donald Trump ຍອມຮັບປະສົບກັບຄວາມຫຍຸ້ງຍາກໃນການເຈລະຈາທາງການຄ້າກັບ ຈີນ
ໃນສື່ສັງຄົມອອນໄລ TruthSocial, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ທ່ານມີເຈດຕະນາດີຕໍ່ກັບ ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໃນເມືອກ່ອນ ກໍ່ຄືໃນປັດຈຸບັນ, ເຖິງຢ່າງໃດກໍຕາມ, ທ່ານປະທານປະເທດ ຈີນ ມີຄວາມແຂງກະດ້າງ ແລະ ຍາກທີ່ຈະເຊັນຂໍ້ຕົກລົງ. ຄຳເຫັນຂອງທ່ານປະທານາທິບໍດີ Donald Trump ໄດ້ຍົກອອກມາໃນສະພາບການທຳນຽບຂາວ ແຈ້ງເຈາະຈິ້ມວ່າ ການນຳສອງປະເທດ ອາດສາມາດດຳເນີນການເຈລະຈາທາງໂທລະສັບໃນອາທິດນີ້ ແລະ ການກະທຳນີ້ນຳມາເຊິ່ງຄວາມຫວັງວ່າ ສອງຝ່າຍຈະອາດສາມາດຫຼຸດຜ່ອນຄວາມເຄັ່ງຕຶງ ແລະ ຍູ້ໄວການເຈລະຈາຂໍ້ຕົກລົງທາງການຄ້າ ລະຫວ່າງສອງພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ.