ຂ່າວສານ
ປະທານາທິບໍດີ ອາມາລິກາ ກ່າວເຕືອນບັນດາຄູ່ຮ່ວມມືດ້ານການຄ້າ ພາຍຫຼັງ ສານສູງສຸດອອກຄຳຕັດສິນ
ໃນບົດຂຽນທີ່ລົງທາງສື່ສັງຄົມ Truth Social, ວັນທີ 23 ກຸມພາ, ທ່ານ Donald Trump, ປະທານາທິບໍດີ ອາມາລິກາ ກ່າວເຕືອນວ່າ ບໍ່ວ່າປະເທດໃດຊອກຫາວິທີຄັດຄ້ານ ພາຍຫຼັງສານສູງສຸດ ອອກຄຳຕັດສິນສຳຄັນກ່ຽວກັບພາສີອາກອນ ຈະຕ້ອງປະເຊີນໜ້າກັບອັດຕາພາສີສູງກ່ວາ. ກ່ອນໜ້ານັ້ນ, ຄຳຕັດສິນຂອງສານສູງສຸດ ອາເມລິກາ ຖືວ່າ: ບັນດາອັດຕາພາສີທີ່ທ່ານ Trump ຈັດວາງເມື່ອປີ 2025 ໂດຍອີງຕາມກົດໝາຍວ່າດ້ວຍສະພາການສຸກເສີນແຫ່ງຊາດ ແມ່ນຜິດກົດໝາຍ. ຄຳຖະແຫຼງແຂງກະດ້າງຂອງທ່ານ Trump ໄດ້ຍົກອອກມາ ໃນສະພາບການທີ່ທຳນຽບຂາວ ພວມຊອກຫາບັນດາພື້ນຖານດ້ານນິຕິກຳອື່ນ ເພື່ອສືບຕໍ່ຮັກສາຫຼືເພີ່ມກຳລັງດັນດ້ານການຄ້າ, ໂດຍບໍ່ຫົວຊາຕໍ່ສິ່ງຈຳກັດຊື່ງຄຳຕັດສິນດັ່ງກ່າວໄດ້ວາງອອກ. ໃນເວລາລໍຖ້າ, ອຳນາດການປົກຄອງຂອງປະທານາທິບໍດີ Donald Trump ໄດ້ຈັດວາງອັດຕາພາສີໂດຍຊົ່ວຄາວແມ່ນ 15% ສຳລັບສິນຄ້ານຳເຂົ້າ ອາເມລິກາ ແລະ ມີຜົນບັງຄັບໃຊ້ໃນເວລາ 150 ວັນ.
ໃນຂະນະຂັ້ນ, ທ່ານ Mike Johnson ປະທານສະພາຕ່ຳ ອາເມລິກາ ໃຫ້ຮູ້ວ່າ: ສະພາແຫ່ງຊາດ ຍາກທີ່ຈະຮັບຮອງເອົາບໍ່ວ່າຮ່າງກົດໝາຍສະບັບໃດ ເພື່ອເຮັດໃຫ້ລາຍການພາສີອາກອນຂອງ ປະທານາທິບໍດີ Donald Trump ຖືກຕ້ອງຕາມກົດໝາຍ. ທ່ານ Mike Johnson ຊີ້ແຈ້ງວ່າ ເລື່ອງຊອກຫາຄວາມເຫັນດີເຫັນພ້ອມໃນສະພາແຫ່ງຊາດ ກ່ຽວກັບບໍ່ວ່າທິດເດີນຕໍ່ໄປໃດໆ ຂອງບັນຫາພາສີອາກອນ ຈະແມ່ນສິ່ງທ້າທາຍ ແລະ ສະແດງຄວາມສົງໃສຕໍ່ຄວາມສາມາດນຳບັນຫາພາສີອາກອນເຂົ້າຮ່າງກົດໝາຍສະບັບໜຶ່ງຕາມຂັນຕອນການປັບປຸງງົບປະມານຄືດັ່ງແນວຄວາມຄິດຂອງສະມາຊິດລັດຖະສະພາພັກສາທາລະນະລັດຈຳນວນໜຶ່ງ.







