• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ຍັງ​ເປີດ​ໂອ​ກາດ​ໃຫ້​ຄວາມ​ສາ​ມາດ​ແກ້​ໄຂ​ການ​ປະ​ທະ​ກັນ​ຢູ່ ຢູ​ແກຼນ ຜ່ານ​ການ​ເຈ​ລະ​ຈາ

ທັງທ່ານປະທານາທິບໍດີ ລັດ Vladimir Putin ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump ລ້ວນແຕ່ສົນໃຈ ແລະ ພ້ອມແລ້ວທີ່ຈະແກ້ໄຂບັນຫາຢູແກຼນຢ່າງເຖີງຖອງໂດຍສັນຕິວິທີ. ວັນທີ 21 ກັນຍາ, ທ່ານ Dmitry Peskov ໂຄສົກວັງ Kremlin ໃຫ້ຮູ້ວ່າ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຍັງໃຫ້ຄວາມສົນໃຈຕໍ່ການແກ້ໄຂການປະທະກັນຢູ່ ຢູແກຼນ ຜ່ານການເຈລະຈາ ແລະຫວັງວ່າຈະສືບຕໍ່ຮ່ວມມືກັບ ອາເມລິກາ. ຕາມທ່ານ Dmitry Peskov ແລ້ວ, ທັງທ່ານປະທານາທິບໍດີ ລັດ Vladimir Putin ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump ລ້ວນແຕ່ສົນໃຈ ແລະ ພ້ອມແລ້ວທີ່ຈະແກ້ໄຂບັນຫາຢູແກຼນຢ່າງເຖີງຖອງໂດຍສັນຕິວິທີ. ທ່ານກໍ່ເນັ້ນໜັກວ່າ ລັດເຊຍ ມີຄວາມເຊື່ອໝັ້ນຕໍ່ອາເມລິກາ ແລະ ທ່ານປະທານາທິບໍດີ Donald Trump ເອງຈະມານະພະຍາຍາມໜູນຊ່ວຍບັນຫານີ້.
ທ່ານ Dmitry Peskov ໂຄສົກວັງ Kremlin (ພາບ: REUTERS/Maxim Shemetov)

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ທີ່​ການ​ເຈ​ລະ​ຈາ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ​ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ດຽວ​ກັນ, ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເຮັດ​ໃຫ້​ເນື້ອ​ໃນ ຫຸ​້ນ​ສ່ວນ​ຍຸດ​ທະ​ສາດ​ເລິກ​ເຊິ່ງກວ່າ​ອີກ, ສຸມ​ໃສ່​ຫັນ​ເປັນ​ລະ​ອຽດ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ​ມີ​ປ​ະ​ສິດ​ທິ​ຜົນ​ກວ່າ

Top