ຂ່າວສານ
ປະທານາທິບໍດີ UAE ແລະ ປະທານາທິບໍດີ ອາເມລິກາ ປຶກສາຫາລືກ່ຽວກັບຄວາມມານະພະຍາຍາມ ຢຸດຍິງຢູ່ເຂດ ກາຊາ
ວັນທີ 24 ມີນາ, ສຳນັກຂ່າວສານສະຫະລັດ ອາຣັບ ເອມມີເລດ (UAE) ໃຫ້ຮູ້ວ່າ ທ່ານປະທານາທິບໍດີ UAE Mohamed bin Zayed ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ມີການໂອ້ລົມທາງໂທລະສັບ, ປຶກສາຫາລືກ່ຽວກັບຄວາມມານະພະຍາຍາມຢຸດຍິງຢູ່ເຂດ ກາຊາ, ກໍຄືເພີ່ມທະວີການພົວພັນສອງຝ່າຍ.
ໃນການໂອ້ລົມທາງໂທລະສັບ, ທ່ານປະທານາທິບໍດີ UAE ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັບປະກັນສະໜອງການຊ່ວຍເຫຼືອມະນຸດສະທຳໃຫ້ເກ່ປະຊາຊົນເຂດ ກາຊາ, ຕໍ່ໜ້າສະພາບການມະນຸດສະທຳພວມນັບມື້ນັບຊົ່ວຮ້າຍລົງ. ອິດສະຣາແອັນ ໄດ້ປິດລ້ອມການຊ່ວຍເຫຼືອມະນຸດສະທຳເຂົ້າເຂດ ກາຊາ ແຕ່ວັນທີ 2 ມີນາ, ພາຍຫຼັງສິ້ນສຸດໄລຍະທີ 1 ຂອງຂໍ້ຕົກລົງຢຸດຍິງລະຫວ່າງປະເທດນີ້ ແລະ ຮາມາດສ, ພ້ອມທັງເປີດບັ້ນຮົບການທະຫານຢູ່ເຂດ ກາຊາ ນັບແຕ່ວັນທີ 18 ມີນາ.
ການນຳສອງທ່ານກໍໄດ້ປຶກສາຫາລືກ່ຽວກັບການຊຸກຍູ້ການພົວພັນຍຸດທະສາດສອງຝ່າຍ.