ຂ່າວສານ

ປະ​ທາ​ນາ​ທິ​ບໍ​ດີ UAE ແລະ ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຄວ​າມ​ມາ​ນະ​ພະ​ຍາ​ຍາມ ຢຸດ​ຍິງ​ຢູ່​ເຂ​ດ ກາ​ຊາ

ທ່ານປະທານາທິບໍດີ UAE Mohamed bin Zayed ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ມີການໂອ້ລົມທາງໂທລະສັບ, ປຶກສາຫາລືກ່ຽວກັບຄວາມມານະພະຍາຍາມຢຸດຍິງຢູ່ເຂດ ກາຊາ, ກໍຄືເພີ່ມທະວີການພົວພັນສອງຝ່າຍ.
ທ່ານປະທານາທິບໍດີ UAE Mohamed bin Zayed (ພາບ: The Gulf Observer)

ວັນທີ 24 ມີນາ, ສຳນັກຂ່າວສານສະຫະລັດ ອາຣັບ ເອມມີເລດ (UAE) ໃຫ້ຮູ້ວ່າ ທ່ານປະທານາທິບໍດີ UAE Mohamed bin Zayed ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ມີການໂອ້ລົມທາງໂທລະສັບ, ປຶກສາຫາລືກ່ຽວກັບຄວາມມານະພະຍາຍາມຢຸດຍິງຢູ່ເຂດ ກາຊາ, ກໍຄືເພີ່ມທະວີການພົວພັນສອງຝ່າຍ.

ໃນການໂອ້ລົມທາງໂທລະສັບ, ທ່ານປະທານາທິບໍດີ UAE ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັບປະກັນສະໜອງການຊ່ວຍເຫຼືອມະນຸດສະທຳໃຫ້ເກ່ປະຊາຊົນເຂດ ກາຊາ, ຕໍ່ໜ້າສະພາບການມະນຸດສະທຳພວມນັບມື້ນັບຊົ່ວຮ້າຍລົງ. ອິດສະຣາແອັນ ໄດ້ປິດລ້ອມການຊ່ວຍເຫຼືອມະນຸດສະທຳເຂົ້າເຂດ ກາຊາ ແຕ່ວັນທີ 2 ມີນາ, ພາຍຫຼັງສິ້ນສຸດໄລຍະທີ 1 ຂອງຂໍ້ຕົກລົງຢຸດຍິງລະຫວ່າງປະເທດນີ້ ແລະ ຮາມາດສ, ພ້ອມທັງເປີດບັ້ນຮົບການທະຫານຢູ່ເຂດ ກາຊາ ນັບແຕ່ວັນທີ 18 ມີນາ.

ການນຳສອງທ່ານກໍໄດ້ປຶກສາຫາລືກ່ຽວກັບການຊຸກຍູ້ການພົວພັນຍຸດທະສາດສອງຝ່າຍ.  


top