ຂ່າວສານ
ປະທານສະພາແຫ່ງຊາດ ໃຫ້ການຕ້ອນຮັບຄະນະປະຕິບັດງານຂອງອົງການໄອຍະການສູງສຸດ ມາເລເຊຍ
ຕອນເຊົ້າວັນທີ 7 ກໍລະກົດ, ຢູ່ຫໍສະພາແຫ່ງຊາດ (ຮ່າໂນ້ຍ), ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ໃຫ້ການຕ້ອນຮັບທ່ານ Tan Sri Mohd Dusuki Mokhtar ຫົວໜ້າອົງການໄອຍະການສູງສຸດ ມາເລເຊຍ ພ້ອມກັບຄະນະປະຕິບັດງານ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ແລະ ເຮັດວຽກກັບອົງການໄອຍະການປະຊາຊົນສູງສຸດ ຫວຽດນາມ. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນຕີລາຄາສູງການຮ່ວມມືລະຫວ່າງອົງການໄອຍະການສູງສຸດ ຫວຽດນາມ ແລະ ອົງການໄອຍະການສູງສຸດ ມາເລເຊຍໃນການແບ່ງປັນບົດຮຽນປະສົບການ, ການປົກປ້ອງຄວາມຍຸຕິທຳ ແລະ ສິດທິພົນລະເມືອງ; ຜ່ານນັ້ນປະກອບສ່ວນຍົກສູງປະສິດທິຜົນໃນການປ້ອງກັນຕ້ານອາດຊະຍາກຳ, ຮັບປະກັນຄວາມໝັ້ນຄົງ ແລະ ຊຸກຍູ້ການພັດທະນາເສດຖະກິດ ສັງຄົມຂອງແຕ່ລະປະເທດ.
ສ່ວນທ່ານ Tan Sri Mohd Dusuki Mokhtar ຢັ້ງຢືນວ່າ ມາເລເຊຍ ຍາມໃດກໍ່ສະໜັບສະໜູນ ແລະ ຮ່ວມເດີນທາງກັບ ຫວຽດນາມ ເພື່ອບັນລຸໄດ້ບັນດາຜົນປະໂຫຍດລວມ, ພິເສດແມ່ນໃນການຮ່ວມມືດ້ານກົດໝາຍ ແລະ ຍຸຕິທຳລະຫວ່າງສອງປະເທດ, ທ່ານເນັ້ນໜັກວ່າ ມາເລເຊຍ ຍາມໃດກໍ່ຕີລາຄາສູງບົດບາດສຳຄັນຂອງ ສະພາແຫ່ງຊາດ ຫວຽດນາມ ໃນການຊຸກຍູ້ການຄຸ້ມຄອງບໍລິຫານສາທາລະນະ ແລະ ເພີ່ມທະວີພື້ນຖານເຄົາລົບນັບຖືກົດໝາຍ.






