ຂ່າວສານ
ປະທານປະເທດ ເລືອງເກື່ອງ ເຮັດວຽກກັບບັນດາອົງການກ່ຽວກັບວຽກງານກະກຽມໃຫ້ແກ່ພິທີເຊັນສົນທິສັນຍາ ຮ່າໂນ້ຍ
ບົດລາຍງານຂອງຄະນະຊີ້ນຳພິທີເຊັນສົນທິສັນຍາຂອງ ສປຊ ກ່ຽວກັບການປ້ອງກັນຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ໃຫ້ຮູ້ວ່າ ໄລ່ຮອດວັນທີ 14 ຕຸລາ ມີ 93 ຄະນະຜູ້ແທນ ໂດຍການນຳຂັ້ນສູງ ແລະ ການນຳກະຊວງຂະແໜງການບັນດາປະເທດເປັນຫົວໜ້າຄະນະ ຢັ້ງຢືນເຂົ້າຮ່ວມເຫດການ ພ້ອມກັບຜູ້ແທນກວ່າ 1.000 ຄົນ ແລະ ສື່ມວນຊົນ. ກະຊວງຕຳຫຼວດ ແລະ ກະຊວງການຕ່າງປະເທດ ໄດ້ສົມທົບກັນຢ່າງແໜ້ນແຟ້ນກັບອົງການຂອງ ສປຊ ກ່ຽວກັບຢາເສບຕິດ ແລະ ອາດຊະຍາກຳ (UNODC) ສ້າງລາຍການໃຫ້ແກ່ພິທີດັ່ງກ່າວ, ກໍຄືບັນດາເຫດການທີ່ກ່ຽວຂ້ອງ ລວມມີ 8 ເຫດການໂດຍການນຳບັນດາກະຊວງ, ຂະແໜງການຂອງ ຫວຽດນາມ ແລະ UNODC ບໍລິຫານ; 38 ກອງປະຊຸມສຳມະນາ, ປຶກສາຫາລືດ້ານວິຊາການ ແລະ ຮ້ານວາງສະແດງກວ່າ 20 ຮ້ານ.
ເມື່ອກ່າວຄຳເຫັນສະຫຼຸບການເຮັດວຽກ, ທ່ານປະທານປະເທດ ຫວຽດນາມ ໄດ້ເປັນປະທານພິທີເຊັນສົນທິສັນຍາ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍ ອິນເຕີເນັດ ແມ່ນຂີດໝາຍສຳຄັນເມື່ອ ຫວຽດນາມ ເປັນເຈົ້າພາບຈັດຕັ້ງພິທີເຊັນສົນທິສັນຍາຂອງ ສປຊ ເປັນຄັ້ງທຳອິດ, ໃນສະພາບການໃນປັດຈຸບັນ ບັນຫາຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ໄດ້ໃຫ້ຄວາມສົນໃຈເປັນພິເສດ.