• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ຫວຽດນາມ ຮຽກຮ້ອງໃຫ້ຍູ້ແຮງນະວັດຕະກຳ, ຫັນເປັນເຕັກໂນໂລຊີໃນຂະແໜງກະສິກຳ

ລາຍການແນໃສ່ເຊີດຊູ, ມອບນາມມະຍົດ 95 ປີ ຊາວກະສິກອນດີເດັ່ນ, ນັກວິທະຍາສາດຂອງຊາວກະສິກອນ ປີ 2025.
(ທ່ານປະທານປະເທດ ເລືອງເກື່ອງ ກ່າວຄຳເຫັນທີ່ເຫດການ)

ໃນໂອກາດຄົບຮອບ 95 ປີແຫ່ງວັນສ້າງຕັ້ງສະມາຄົມຊາວກະສິກອນຫວຽດນາມ, ວັນທີ 14 ຕຸລາ ຢູ່ ຮ່າໂນ້ຍ, ທ່ານ ເລືອງເກືອງ, ປະທານປະເທດ ຫວຽດນາມ ໄດ້ເຂົ້າຮ່ວມລາຍການ “ເອກອ້າງທະນົງໃຈຊາວກະສິກອນ ຫວຽດນາມ ປີ 2025” ເຊີດຊູ ແລະ ມອບລາງວັນ “ຊາວກະສິກກອນ ຫວຽດນາມ ດີເດັ່ນ”, ມອບນາມມະຍົດ “ນັກວິທະຍາສາດຂອງຊາວກະສິກອນ ປີ 2025”

ລາຍການແນໃສ່ເຊີດຊູ, ມອບນາມມະຍົດ 95 ປີ ຊາວກະສິກອນດີເດັ່ນ, ນັກວິທະຍາສາດຂອງຊາວກະສິກອນ ປີ 2025. ນັ້ນແມ່ນບັນດາແວ່ນແຍງຂອງຊາວກະສິກອນທີ່ມີຄວາມຂະຫຍັນຂັນເຄື່ອນ, ປະດິດຄິດສ້າງໃນການພັດທະນາເສດຖະກິດ, ກ້າຄິດກ້າທໍາ, ຂຸດຄົ້ນ, ນຳໃຊ້ແຫ່ງທຶນ, ແຮງງານ, ທີ່ດິນຢ່າງມີປະສິດທິຜົນ, ກ້ານຳໃຊ້ວິທະຍາສາດເຕັກນິກ, ເຕັກໂນໂລຊີໃໝ່ເຂົ້າໃນການຜະລິດ. ທ່ານ ປະທານປະເທດ ປາດທະໜາໃຊ້ຊາວກະສິກອນຕ້ອງໄດ້ເປັນເຈົ້າການເຮັດແທ້ທຳຈິງ, ແມ່ນ ໃຈກາງໃນການພັດທະນາກະສິກຳ, ເສດຖະກິດຊົນນະບົດ ແລະ ກໍ່ສ້າງຊົນນະບົດໃໝ່.

“ສະມາຄົນຊາວກະສິກອນ ແຕ່ລະຂັ້ນຕ້ອງມີຄວາມຕັດສິນໃຈຢ່າງສູງ, ມາດຕະການດີ, ປະສານສົມທົບຢ່າງໃກ້ຊິດກັບທີມງານຜູ້ມີຄວາມຮູ້, ນັກວິທະຍາສາດ ເພື່ອຊ່ວຍຊາວກະສິກອນເພີ່ມທະວິຄຸນນະພາບໃນການຜະລິດກະສິກຳເປັນສິນຄ້າ, ຂ້າພະເຈົ້າປາດຖະໜາໃຫ້ “ຊາວກະສິກອນ ຫວຽດນາມ ດີເດັ່ນ” ແລະ ບັນດາ “ນັກວິທະຍາສາດຂອງຊາວກະສິກອນ” ສືບຕໍ່ອຸທີດສ່ວນ ແລະ ຮັກສາວິທີເຮັດຢ່າງມີຫົວຄິດປະດິດສ້າງ ແລະ ຄວາມສະມັກຄີ, ຊ່ວຍເຫຼືອຊຶ່ງກັນກ້າວຂື້ນສູ່ຄວາມຮັ່ງມີ.”

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top