• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ປະ​ເທດ ເລືອງ​ເກືອງ ເປັນ​ປະ​ທານ​ງານ​ລ້ຽງ​ລະ​ດັບ​ຊາດ ຕ້ອນ​ຮັບທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ Emmanuel Macron

ທ່ານປະທານປະເທດ ເລືອງເກືອງໃຫ້ຮູ້ວ່າ ຫວຽດນາມ ພວມມານະພະຍາຍາມເພື່ອກ້າວເຂົ້າສູ່ສັງກາດພັດທະນາໃໝ່, ມຸ່ງໄປເຖິງເປົ້າໝາຍກາຍເປັນປະເທດພັດທະນາ, ມີລາຍຮັບສູງໃນປີ 2045.

ທ່ານປະທານປະເທດ ເລືອງເກືອງ ແລະ ພັນລະຍາ ເປັນປະທານງານລ້ຽງລະດັບຊາດຕ້ອນຮັບທ່ານປະທານາທິບໍດີຝລັ່ງ Emmanuel Macron ແລະ ພັນລະຍາ 

ຕອນຄ່ຳວັນທີ 2 ພຶດສະພາ, ຢູ່ສູນກອງປະຊຸມສາກົນ, ຮ່າໂນ້ຍ, ທ່ານປະທານປະເທດ ເລືອງເກືອງ ແລະ ພັນລະຍາ ໄດ້ເປັນປະທານງານລ້ຽງລະດັບຊາດຕ້ອນຮັບທ່ານປະທານາທິບໍດີຝລັ່ງ Emmanuel Macron ແລະ ພັນລະຍາ ທີ່ພວມມີການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມໃນລະຫວ່າງວັນທີ 25 – 27 ພຶດສະພາ.

ກ່າວຄຳເຫັນທີ່ເຫດການ, ທ່ານປະທານປະເທດ ເລືອງເກືອງໃຫ້ຮູ້ວ່າ ຫວຽດນາມ ພວມມານະພະຍາຍາມເພື່ອກ້າວເຂົ້າສູ່ສັງກາດພັດທະນາໃໝ່, ມຸ່ງໄປເຖິງເປົ້າໝາຍກາຍເປັນປະເທດພັດທະນາ, ມີລາຍຮັບສູງໃນປີ 2045. ເພາະສະນັ້ນ, ຫວຽດນາມປາດຖະໜາຢາກໃຫ້ປະເທດຝລັ່ງ ເຊິ່ງແມ່ນເພື່ອນມິດມາແຕ່ດົນນານ ສືບຕໍ່ມີໜ້າໃນວິວັດການມຸ່ງໄປເຖິງຄວາມວັດທະນາຖາວອນ, ຄວາມຮັ່ງມີເຂັ້ມແຂງ ແລະ ສີວິໄລຂອງຫວຽດນາມ. ທ່ານໃຫ້ຮູ້ວ່າ:

ດ້ວຍການກຳນົດທິດຖືວິທະຍາສາດ, ເຕັກໂນໂລຢີ ເປັນກຳລັງໜູນຫຼັກແຫຼ່ງ ໃຫ້ແກ່ການພັດທະນາ, ຫວຽດນາມ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ສ.ຝລັ່ງ, ປະເທດທີ່ມີບົດຮຽນປະສົບການຫຼາຍຢ່າງ ແລະ ມີພື້ນຖານເຕັກໂນໂລຢີທີ່ກ້າວໜ້າ, ເພື່ອພ້ອມກັນສ້າງບັນດາໂຄງການທີ່ມີລັກສະນະບຸກທະລຸ, ບໍ່ພຽງແຕ່ຮັບໃຊ້ຜົນປະໂຫຍດຂອງສອງປະເທດເທົ່ານັ້ນ, ຫາກຍັງປະກອບສ່ວນແກ້ໄຂບັນດາບັນຫາຮີບດ່ວນຂອງມວນມະນຸດອີກດ້ວຍ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍພື້ນຖານປະຫວັດສາດອັນຍາວນານ, ຄວາມໄວ້ເນື້ອເຊື່ອໃຈຢ່າງເລິກເຊິ່ງ ແລະ ຄວາມເຫັນດີເຫັນພ້ອມ, ຄວາມຕັດສິນໃຈຢ່າງແຮງຂອງການນຳ ແລະ ປະຊາຊົນສອງປະເທດ, ການພົວພັນ ຄູ່ຮ່ວມມືຍຸດທະສາດ ຮອບດ້ານ ຫວຽດນາມ - ຝລັ່ງຈະສືບຕໍ່ບືນຕົວໄປໄກ, ບັນລຸໄດ້ບັນດາຜົນສຳເລັດໃນການພັດທະນາໃໝ່, ສົມກັບກຳລັງຄວາມສາມາດບົ່ມຊ້ອນ, ແງ່ຫວັງ ແລະ ຜົນປະໂຫຍດຂອງສອງຊາດ ພວກເຮົາ.

(ແຫຼ່ງຄັດຈາກ VOV)

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈິຢູງ ພົບປະກັບລັດຖະມົນຕີກະຊວງເສດຖະກິດອຸດສາຫະກຳ ຍີ່ປຸ່ນ

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈິຢູງ ພົບປະກັບລັດຖະມົນຕີກະຊວງເສດຖະກິດອຸດສາຫະກຳ ຍີ່ປຸ່ນ

ໃນຂອບເຂດການໄປປະຕິບັດງານ ຍີ່ປຸ່ນ ເຂົ້າຮ່ວມກອງປະຊຸມອະນາຄົດອາຊີ, ຕອນເຊົ້າວັນທີ 29 ພຶດສະພາ ຢູ່ ນະຄອນຫລວງໂຕກຽວ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈິງຢູງ ໄດ້ມີການພົບປະກັບລັດຖະມົນຕີກະຊວງເສດຖະກິດອຸດສາຫະກຳ ຍີ່ປຸ່ນ Muto Yoji.

Top