• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ພົບ​ປະ​ກັບ​ພະ​ນັກ​ງານ​ບັນ​ດາ​​ທູ​ຕາ​ນຸ​ທູດ ຫວຽດ​ນາມ ປະ​ຈຳ ຈີນ

ທ່ານປະທານປະເທດ ຫວັງວ່າພະນັກງານ, ລັດຖະກອນສະຖານທູດ ແລະ ບັນດາອົງການທູຕານຸທູດ ຫວຽດນາມ ປະຈຳ ຈີນ ຈະມານະພະຍາຍາມ, ແກ້ໄຂຄວາມຫຍຸ້ງຍາກ, ປະຕິບັດໜ້າທີ່ຄວາມຮັບຜິດຊອບໂດຍພັກ, ລັດ ມອບໝາຍໃຫ້ເປັນຢ່າງດີ.
ທ່ານປະທານປະເທດ ຫວໍວັນເຖືອງ ພົບປະກັບພະນັກງານບັນດາທູຕານຸທູດ ຫວຽດນາມ ປະຈຳ ຈີນ

ຕອນເຊົ້າວັນທີ 19 ຕຸລາ, ເມື່ອມາຢ້ຽມຢາມ ແລະ ພົບປະກັບພະນັກງານ, ລັດຖະກອນບັນດາອົງການທູຕານຸທູດ ຫວຽດນາມ ປະຈຳ ຈີນ, ເນື່ອງໃນໂອກາດເຂົ້າຮ່ວມເວທີປາໄສສຸດຍອດ ຮ່ວມມືສາກົນໜຶ່ງແລວ, ໜຶ່ງເສັ້ນທາງ ຄັ້ງທີ 3 ຢູ່ປັກກິ່ງ, ປະເທດຈີນ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຕີລາຄາສູງບັນດາພະນັກງານ, ລັດຖະກອນສະຖານທູດ ໄດ້ສົມທົບກັບບັນດາອົງການທີ່ກ່ຽວຂ້ອງຂອງ ຈີນ ເພື່ອກະກຽມໃຫ້ແກ່ການປະຕິບັດງານຂອງຄະນະໃນຄັ້ງນີ້. ໂດຍແຈ້ງໃຫ້ຊາບກ່ຽວກັບສະພາບການເສດຖະກິດ - ສັງຄົມຂອງປະເທດຊາດໃນໄລຍະມໍ່ໆມານີ້, ທ່ານປະທານປະເທດ ຢັ້ງຢືນທັດສະນະຂອງ ຫວຽດນາມ ແມ່ນຍາມໃດກໍ່ຖືການພົວພັນກັບຈີນ ເປັນການຄັດເລືອກຍຸດທະສາດ ແລະ ບຸລິມະສິດແຖວໜ້າ. ທ່ານປະທານປະເທດ ຫວັງວ່າພະນັກງານ, ລັດຖະກອນສະຖານທູດ ແລະ ບັນດາອົງການທູຕານຸທູດ ຫວຽດນາມ ປະຈຳ ຈີນ ຈະມານະພະຍາຍາມ, ແກ້ໄຂຄວາມຫຍຸ້ງຍາກ, ປະຕິບັດໜ້າທີ່ຄວາມຮັບຜິດຊອບໂດຍພັກ, ລັດ ມອບໝາຍໃຫ້ເປັນຢ່າງດີ, ເປັນຕົ້ນແມ່ນບັນດາໜ້າທີ່ຈຸດສຸມຂອງປີ 2023.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top