• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ປະ​ເທດ ຫວຽດ​ນາມ ຫວໍ​ວັນ​ເຖືອງ ຖະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາ ເຈົ້າ​ຊີ​ວິດ ອານ​ເຢືອງ​ເວືອງ

ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ພ້ອມດ້ວຍຄະນະ ໄດ້ຖະຫວາຍດອກໄມ້, ຈູດທູບທຽນດ້ວຍຄວາມເຄົາລົບນັບຖື ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີອັນໃຫຍ່ຫຼວງໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງ ເຈົ້າຊີວິດ ອານເຢືອງເວືອງ - ຜູ້ກໍ່ຕັ້ງລັດ ເອົາລາກ.
ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງຖະຫວາຍທູບທຽນອາໄລຫາເຈົ້າຊີວິດ ອານເຢືອງເວືອງ

ຕອນເຊົ້າວັນທີ 20 ກຸມພາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ຖະຫວາຍທູບທຽນອາໄລຫາເຈົ້າຊີວິດ ອານເຢືອງເວືອງ ຢູ່ເຂດປູຊະນີຍະສະຖານປະຫວັດສາດລະດັບຊາດພິເສດ ໂກລວາ, ເມືອງດົງແອັງ, ນະຄອນ ຮ່າໂນ້ຍ. ນະທີ່ນີ້, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ພ້ອມດ້ວຍຄະນະ ໄດ້ຖະຫວາຍດອກໄມ້, ຈູດທູບທຽນດ້ວຍຄວາມເຄົາລົບນັບຖື ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີອັນໃຫຍ່ຫຼວງໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງ ເຈົ້າຊີວິດ ອານເຢືອງເວືອງ - ຜູ້ກໍ່ຕັ້ງລັດ ເອົາລາກ. ໂອກາດນີ້, ທ່ານປະທານປະເທດ ໄດ້ປູກຕົ້ນໄມ້ເປັນທີ່ລະນຶກຢູ່ບໍລິເວນເຂດປູຊະນີຍະສະຖານດັ່ງກ່າວ.      

ຫຼັງຈາກນັ້ນ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ໄປຢ້ຽມຢາມ, ມອບຂອງຂວັນຢູ່ສະຖານທີ່ດຳເນີນຊີວິດຊຸມຊົນ, ໜ່ວຍຊຸມຊົນ ເລກທີ 2,3,4  ເທດສະບານເມືອງ ດົງແອັງ. ໃນຕອນເຊົ້າຂອງວັນດຽວກັນ, ທ່ານປະທານປະເທດ ໄດ້ໄປຢ້ຽມຢາມ, ມອບຂອງຂວັນຢູ່ໂຮງຮຽນອະນຸບານ ຝຸກລົກ, ຕາແສງ ອຸຍໂໜ, ເມືອງດົງແອັງ ແລະ ຢ້ຽມຢາມຮູບແບບການເຄື່ອນໄຫວຂອງສູນວັດທະນະທຳ - ຖະແຫຼງຂ່າວ ແລະ ກິລາ ເມືອງ ດົງແອັງ.

(ແຫຼ່ງຄັດຈາກ VOV)

ຍົກລະ​ດັບ​ການ​ພົວ​ພັນ ຫວຽດ​ນາມ - ສິງ​ກະ​ໂປ ແລະ ທີ່​ຕັ້ງ​ບົດ​ບາດຂອງ ຫວຽດ​ນາມ ໃນ​ເວ​ທີ​ສາ​ກົນ

ຍົກລະ​ດັບ​ການ​ພົວ​ພັນ ຫວຽດ​ນາມ - ສິງ​ກະ​ໂປ ແລະ ທີ່​ຕັ້ງ​ບົດ​ບາດຂອງ ຫວຽດ​ນາມ ໃນ​ເວ​ທີ​ສາ​ກົນ

ຕາມ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແລ້ວ ຈຸດ​ສຸມ​ຂອງ ການ​ຢ້ຽມ​ຢາ​ສິງ​ກະ​ໂປ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທ​ານ​ປະ​ເທດ ໂຕ​ເລິມ ແມ່ນ​ການ​ເຂົ້າ​ຮ່ວມ​ແລະ​ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ Shangri-la.

Top