• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານປະ​ເທດ ຫວໍ​ວັນ​ເຖືອງ ຢ້ຽມ​ຢາມ, ອວຍ​ພອນ​ພະ​ຍາ​ບານ, ທ່ານ​ໝໍ​ຢູ່​ແຂວງ ຮ່າ​ນາມ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນແພດໝໍ ຫວຽດນາມ ທີ 27 ກຸມພາ, ຕອນເຊົ້າວັນທີ 25 ກຸມພາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ໄປຢ້ຽມຢາມ, ອວຍພອນບັນດາພະຍາບານ, ທ່ານໝໍ, ພະນັກງານການແພດ ຢູ່ສຸກສາລີຕາແສງ ແທງລອງ ແລະ ສູນສາທາລະນະສຸກເມືອງ ແທັງລຽມ, ແຂວງຮ່ານາມ ຂອງ ຫວຽດນາມ.
ທ່ານປະທານປະເທດ ຫວໍວັນເຖືອງ ອວຍພອນພະນັກງານການແພດ, ແພດໝໍ ເນື່ອງໃນໂອກາດວັນແພດໝໍ ຫວຽດນາມ (ພາບ: TTXVN)
ນະທີ່ນີ້, ທ່ານປະທານປະເທດ ຫວໍວັນເຖືອງຢັ້ງຢືນວ່າ, ອາຊີບການແພດ ແມ່ນອາຊີບທີ່ສູງສົ່ງ, ພ້ອມທັງລະດົມກຳລັງໃຈບັນດາພະຍາບານ, ທ່ານໝໍ, ພະນັກງານການແພດ ມານະພະຍາຍາມໃນຫຼາຍແງ່ມູມ, ໂດຍສະເພາະແມ່ນກ່ຽວກັບວຽກງານວິຊາສະເພາະ, ຮ່ຳຮຽນເພື່ອຍົກສູງລະດັບຄວາມຮູ້ຢ່າງບໍ່ຢຸດຢັ້ງ, ຮັກສານ້ຳໃຈຮັບໃຊ້ຢ່າງມີຄວາມຮັບຜິດຊອບສູງ. ທ່ານປະທານປະເທດ ກໍສະເໜີໃຫ້ອຳນາດການປົກຄອງທຸກຂັ້ນ ແລະ ບັນດາອົງການທີ່ກ່ຽວຂ້ອງຂອງແຂວງ ຮ່ານາມ ສືບຕໍ່ເອົາໃຈໃສ່ເພື່ອລົງທຶນເຂົ້າໃນລະບົບສາທາລະນະສຸກຮາກຖານຕາມທິດລວມສູນພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ຫຼາຍກວ່າອີກ, ຜ່ານນັ້ນ ຍົກສູງຄຸນນະພາບການກວດ - ປິ່ນປົ່ວພະຍາດຢູ່ຂັ້ນຮາກຖານ; ສືບຕໍ່ລົງທຶນພື້ນຖານດ້ານວັດຖຸ, ອຸປະກອນການແພດ, ສ້າງໂຮງໝໍອັດສະລິຍະ, ເປັນມິດ, ສີຂຽວ, ສະອາດງາມຕາ ແລະ ສືບຕໍ່ຄົ້ນຄວ້າສຶກສາ, ມາມາດຕະການປິ່ນປົວສຳລັບພະຍາດຊະນິດໃໝ່, ໂດຍສະເພາະແມ່ນພາຍຫຼັງໂລກລະບາດໂຄວິດ - 19. 

(ແຫຼ່ງຄັດຈາກ VOV)

ເລ​ຂ​າ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ

ເລ​ຂ​າ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ

ສະ​ເໜີສອງ​ສະ​ພາ​ແຫ່ງ​ຊາດ​ຕັ້ງ​ໜ້າ​ຊຸກ​ຍູ້​ບັນ​ດາ​ໂຄງ​ການ, ກິດ​ຈະ​ກຳ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ, ປະ​ສານ​ສົມ​ທົບ​ກັນ​ຄົ້ນ​ຄ້​ວາ, ປະ​ກາດ​ໃຊ້​ບັນ​ດາ​ນະ​ໂຍ​ບາຍ​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ພົວ​ພັນ​ສອງ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ແທ້​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.

Top