ຂ່າວສານ
ປະຊາຄົມວິສາຫະກິດ ຫວຽດນາມ ແລະ ຊູແອັດຕ້ອງສວມບົດບາດນຳໜ້າໃນການຮ່ວມມືລະຫວ່າງສອງປະເທດ
ໃນໂຄງການຢ້ຽມຢາມລາຊະອານາຈັກ ຊູແອັດຢ່າງເປັນທາງການ, ຕອນບ່າຍວັນທີ 12 ມິຖຸນາ, ຢູ່ Stockholm, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມກັບທ່ານ Benjamin Dousa ລັດຖະມົນຕີການຮ່ວມມືພັດທະນາສາກົນ ແລະ ການຄ້າຕ່າງປະເທດ ຊູແອັດ ໄດ້ເປັນປະທານເວທີປາໄສວິສາຫະກິດ ຫວຽດນາມ - ຊູແອັດ ທີ່ມີຫົວຂໍ້ “ການຫັນເປັນສີຂຽວ, ຫັນເປັນດີຈີຕອນ, ນະວັດຕະກຳ”.
ເຂົ້າຮ່ວມເວທີປາໄສ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ ລັດຖະບານສອງປະເທດ ຈະສວມບົດບາດສ້າງບັນດາຍຸດທະສາດ, ໂຄງການ, ແຜນການໃຫຍ່ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດສອງຝ່າຍຮ່ວມມື, ລົງທຶນ, ພ້ອມກັນພັດທະນາ. ທ່ານເນັ້ນໜັກວ່າ ຂົງເຂດຮ່ວມມືຂອງສອງປະເທດຍັງໃຫຍ່ຫຼວງຢູ່, ທ່ານນາຍົກລັດຖະມົນຕີ ປາດຖະໜາຢາກໃຫ້ປະຊາຄົມວິສາຫະກິດ ຫວຽດນາມ ແລະ ຊູແອັດ ສວມບົດບາດນຳໜ້າ, ເຮັດໃໝ່ບັນດາກຳລັງໜູນຮ່ວມມືທີ່ມີຢູ່ແລ້ວຂອງທັງສອງປະເທດ, ເປັນເຈົ້າການໃນການເຊື່ອມຕໍ່ເຊິ່ງກັນແລະກັນ ແລະ ເຊື່ອມຕໍ່ສອງພື້ນຖານເສດຖະກິດ, ບໍ່ພຽງແຕ່ລະຫວ່າງ ຫວຽດນາມ ແລະ ຊູແອັດເທົ່ານັ້ນ ຫາກຍັງເຊື່ອມຕໍ່ກັບ ອາຊຽນ, ອາຊີຕາເວັນອອກສ່ຽງເໜືອ ແລະ ເອີລົບເໜືອອີກດ້ວຍ. ທ່ານນາຍົກລັດຖະມົນຕີ ມີຄວາມຫວັງວ່າໃນໄລຍະຈະມາເຖິງຈະມີກະແສການລົງທຶນຂອງຊູແອັດ ເຂົ້າມາ ຫວຽດນາມ.
ດ້ວຍມູນເຊື້ອອັນດີງາມຂອງສອງປະເທດ, ສອງຊາດ, ບໍ່ມີເຫດຜົນຫຍັງທີ່ພວກເຮົາບໍ່ມາລົງທຶນເຂົ້າປະເທດກັນ. ວິສາຫະກິດເຕັກໂນໂລຢີຂອງ ຫວຽດນາມ, ເປັນຕົ້ນແມ່ນບັນດາວິສາຫະກິດຈຳໜ່າຍ, ສືບຕໍ່ເຊື່ອມຕໍ່ ພື້ນຖານເສດຖະກິດ ຊູແອັດ ບໍ່ພຽງແຕ່ກັບ ຫວຽດນາມ ເທົ່ານັ້ນ ຫາກຍັງກັບ ອາຊຽນ ແລະ ບັນດາປະເທດຢູ່ອາຊີຕາເວັນອອກສ່ຽງເໜືອອີກດ້ວຍ. ພວກຂ້າພະເຈົ້າຮັບປະກັນສິດ, ຜົນປະໂຫຍດອັນຊອບທຳຂອງພວກເພື່ອນ, ຮັບປະກັນສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ໃຫ້ແກ່ພວກເພື່ອນ, ຮັບປະກັນນະໂຍບາຍເປັນປົກກະຕິເພື່ອພວກເຮົາຮ່ວມມືກັນ, ດຳເນີນທຸລະກິດ, ເຊື່ອມຕໍ່, ກ້າຫານທີ່ຈະເອົາຊະນະຕົນເອງ.