ຂ່າວສານ

ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ຊູ​ແອັດ​ຕ້ອງ​ສວມ​ບົດ​ບາດ​ນຳ​ໜ້າໃນ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ ລັດຖະບານສອງປະເທດ ຈະສວມບົດບາດສ້າງບັນດາຍຸດທະສາດ, ໂຄງການ, ແຜນການໃຫຍ່ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດສອງຝ່າຍຮ່ວມມື, ລົງທຶນ, ພ້ອມກັນພັດທະນາ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ ເວທີປາໄສ

ໃນໂຄງການຢ້ຽມຢາມລາຊະອານາຈັກ ຊູແອັດຢ່າງເປັນທາງການ, ຕອນບ່າຍວັນທີ 12 ມິຖຸນາ, ຢູ່ Stockholm, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມກັບທ່ານ Benjamin Dousa ລັດຖະມົນຕີການຮ່ວມມືພັດທະນາສາກົນ ແລະ ການຄ້າຕ່າງປະເທດ ຊູແອັດ ໄດ້ເປັນປະທານເວທີປາໄສວິສາຫະກິດ ຫວຽດນາມ - ຊູແອັດ ທີ່ມີຫົວຂໍ້ “ການຫັນເປັນສີຂຽວ, ຫັນເປັນດີຈີຕອນ, ນະວັດຕະກຳ”.

ເຂົ້າຮ່ວມເວທີປາໄສ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ ລັດຖະບານສອງປະເທດ ຈະສວມບົດບາດສ້າງບັນດາຍຸດທະສາດ, ໂຄງການ, ແຜນການໃຫຍ່ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດສອງຝ່າຍຮ່ວມມື, ລົງທຶນ, ພ້ອມກັນພັດທະນາ. ທ່ານເນັ້ນໜັກວ່າ ຂົງເຂດຮ່ວມມືຂອງສອງປະເທດຍັງໃຫຍ່ຫຼວງຢູ່, ທ່ານນາຍົກລັດຖະມົນຕີ ປາດຖະໜາຢາກໃຫ້ປະຊາຄົມວິສາຫະກິດ ຫວຽດນາມ ແລະ ຊູແອັດ ສວມບົດບາດນຳໜ້າ, ເຮັດໃໝ່ບັນດາກຳລັງໜູນຮ່ວມມືທີ່ມີຢູ່ແລ້ວຂອງທັງສອງປະເທດ, ເປັນເຈົ້າການໃນການເຊື່ອມຕໍ່ເຊິ່ງກັນແລະກັນ ແລະ ເຊື່ອມຕໍ່ສອງພື້ນຖານເສດຖະກິດ, ບໍ່ພຽງແຕ່ລະຫວ່າງ ຫວຽດນາມ ແລະ ຊູແອັດເທົ່ານັ້ນ ຫາກຍັງເຊື່ອມຕໍ່ກັບ ອາຊຽນ, ອາຊີຕາເວັນອອກສ່ຽງເໜືອ ແລະ ເອີລົບເໜືອອີກດ້ວຍ. ທ່ານນາຍົກລັດຖະມົນຕີ ມີຄວາມຫວັງວ່າໃນໄລຍະຈະມາເຖິງຈະມີກະແສການລົງທຶນຂອງຊູແອັດ ເຂົ້າມາ ຫວຽດນາມ.

ດ້ວຍມູນເຊື້ອອັນດີງາມຂອງສອງປະເທດ, ສອງຊາດ, ບໍ່ມີເຫດຜົນຫຍັງທີ່ພວກເຮົາບໍ່ມາລົງທຶນເຂົ້າປະເທດກັນ. ວິສາຫະກິດເຕັກໂນໂລຢີຂອງ ຫວຽດນາມ, ເປັນຕົ້ນແມ່ນບັນດາວິສາຫະກິດຈຳໜ່າຍ, ສືບຕໍ່ເຊື່ອມຕໍ່ ພື້ນຖານເສດຖະກິດ ຊູແອັດ ບໍ່ພຽງແຕ່ກັບ ຫວຽດນາມ ເທົ່ານັ້ນ ຫາກຍັງກັບ ອາຊຽນ ແລະ ບັນດາປະເທດຢູ່ອາຊີຕາເວັນອອກສ່ຽງເໜືອອີກດ້ວຍ. ພວກຂ້າພະເຈົ້າຮັບປະກັນສິດ, ຜົນປະໂຫຍດອັນຊອບທຳຂອງພວກເພື່ອນ, ຮັບປະກັນສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ໃຫ້ແກ່ພວກເພື່ອນ, ຮັບປະກັນນະໂຍບາຍເປັນປົກກະຕິເພື່ອພວກເຮົາຮ່ວມມືກັນ, ດຳເນີນທຸລະກິດ, ເຊື່ອມຕໍ່, ກ້າຫານທີ່ຈະເອົາຊະນະຕົນເອງ.


top