ໂດຍເຊື່ອມຕົວກັບບັນຍາກາດຕ້ອນຮັບບຸນເຕັດ, ຕອນຄ່ຳວັນທີ 23 ມັງກອນ, ສະຖານທູດຫວຽດນາມ ປະຈຳ ເອຢິບ ໄດ້ຈັດບຸນເຕັດປະຊາຄົມ 2025, ຕ້ອນຮັບລະດູບານໃໝ່ປີມະເສັງໃນບໍລິເວນສຳນັກງານສະຖານທູດຫວຽດນາມ ປະຈຳນະຄອນຫຼວງ ກາຍໂຣ ດ້ວຍການເຂົ້າຮ່ວມຂອງພໍ່ແມ່ປະຊາຊົນຊາວຫວຽດນາມທີ່ພວມດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ເອຢິບ ແລະ ເພື່ອນມິດສາກົນເປັນຈຳນວນຫຼາຍ. ກ່າວຄຳເຫັນທີ່ການພົບປະ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເອຢິບ ຫງວຽນຮຸຍຢຸງ ຢັ້ງຢືນວ່າ ພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ສະຫງວນຄວາມເອົາໃຈໃສ່, ເບິ່ງແຍງດູແລເປັນພິເສດເຖິງພໍ່ແມ່ປະຊາຊົນ ຫວຽດນາມທີ່ອາໄສຢູ່ຕ່າງປະເທດ. ບັນດານະໂຍບາຍກ່ຽວຂ້ອງເຖິງຊາວຫວຽດນາມອາໄສຢູ່ຕ່າງປະເທດຈະສືບຕໍ່ໄດ້ຮັບການຜັນຂະຫຍາຍຢ່າງຮອບດ້ານ ແລະ ແຮງກ່ວາອີກ, ສະແດງໃຫ້ເຫັນນ້ຳໃຈ, ຄວາມຮັບຜິດຊອບຢ່າງຈະແຈ້ງຂອງພັກ, ລັດ ໃນການຕອບສະໜອງຄວາມມຸ່ງຫວັງ, ຄວາມລໍຄອຍອັນຖືກຕ້ອງຂອງພໍ່ແມ່ປະຊາຊົນ ຫວຽດນາມຢູ່ຕ່າງປະເທດໃຫ້ນັບມື້ນັບດີກ່ວາ, ທ່ານເອກອັກຄະລັດຖະທູດ ເຊື່ອໝັ້ນວ່າ ປີ 2025 ແລະ ຊຸມປີຕໍ່ໄປ, ນອກຈາກການເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຫວຽດນາມ ແລະ ເອຢິບ ຈະຍູ້ແຮງການຮ່ວມມືສອງຝ່າຍບົນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ກະສິກຳ, ຕ່ຳແຜ່ນຕັດຫຍິບ, ການທ່ອງທ່ຽວ, ການສຶກສາ, ການຮ່ວມມືທ້ອງຖິ່ນ, ວັດທະນະທຳ, ການພົບປະແລກປ່ຽນປະຊາຊົນ…ໃຫ້ຫຼາຍກ່ວາອີກ.