• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ ໄທ ຕ້ອນ​ຮັບ​ລະ​ດູ​ບານ​ໃໝ່​ປີ​ແມວ 2023

ກ່າວຄຳເຫັນທີ່ການພົບປະ, ທ່ານເອກອັກຄະລັດຖະທູດ ຟານຈີແທັງ ໄດ້ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງບັນດາຄວາມມານະພະຍາຍາມປະກອບສ່ວນຂອງພໍ່ແມ່ພີ່ນ້ອງຊາວຫວຽດນາມ ອາໄສຢູ່ໄທ ໃຫ້ແກ່ການພັດທະນາຂອງປະເທດປະຈຳຖິ່ນ, ແມ່ນຂົວເຊື່ອມຕໍ່ປະກອບສ່ວນປັບປຸງ ແລະ ພັດທະນາການພົວພັນມິດຕະພາບ ລະຫວ່າງ ຫວຽດນາມ ແລະ ໄທ
(ພາບປະກອບ)

ກ່າວຄຳເຫັນທີ່ການພົບປະ, ທ່ານເອກອັກຄະລັດຖະທູດ ຟານຈີແທັງ ໄດ້ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງບັນດາຄວາມມານະພະຍາຍາມປະກອບສ່ວນຂອງພໍ່ແມ່ພີ່ນ້ອງຊາວຫວຽດນາມ ອາໄສຢູ່ໄທ ໃຫ້ແກ່ການພັດທະນາຂອງປະເທດປະຈຳຖິ່ນ, ແມ່ນຂົວເຊື່ອມຕໍ່ປະກອບສ່ວນປັບປຸງ ແລະ ພັດທະນາການພົວພັນມິດຕະພາບ ລະຫວ່າງ ຫວຽດນາມ ແລະ ໄທ. ທ່ານເອກອັກຄະລັດຖະທູດ ສະແດງຄວາມຫວັງວ່າ ໃນປີແມວ 2023, ພໍ່ແມ່ພີ່ນ້ອງສືບຕໍ່ເສີມຂະຫຍາຍຄວາມເອກອ້າງທະນົງແຫ່ງຊາດ, ຈິດໃຈສະມັກຄີ, ຮັກຊາດ, ຮັກສາໄດ້ສີສັນວັດທະນະທຳ ແລະ ມູນເຊື້ອຂຊາດ, ມີຄວາມສະໜິດຕິດພັນກັບຄອບຄົວ, ບ້ານເກີດເມືອງນອນ ແລະ ຕັ້ງໜ້າປະກອບສ່ວນໃຫ້ການພັດທະນາການພົວພັນລະຫວ່າງ ຫວຽດນາມ - ໄທ.

ເນື່ອງໃນໂອກາດບຸນເຕັດປະຈຳຊາດ ຫວຽດນາມ, ຕອນຄ່ຳວັນທີ 14 ມັງກອນ, ສະຖານທູດ ຫວຽດນາມ ປະຈຳ ໄທ ໄດ້ຈັດລາຍການບຸນເຕັດວົງຄະນະຍາດ ຕ້ອນຮັບລະດູບານໃໝ່ປີແມວ 2023 ພາຍຫຼັງ 3 ປີຖືກຜົນສະທ້ອນຈາກພະຍາດໂຄວິດ - 19. ລາຍການມີການເຂົ້າຮ່ວມຂອງຜູ້ຕາງໜ້າສະມາຄົມຊາວໄທເຊື້ອຊາດ ຫວຽດນາມ ບັນດາທ້ອງຖິ່ນ (ບາງກອກ, ຈັນທະບູລີ, ສະແກວ…) ສະມາຄົມນັກທຸລະກິດ ໄທ - ຫວຽດນາມ, ພະນັກງານ, ລັດຖະກອນສະຖານທູດ ແລະ ຄອບຄົວ ພ້ອມກັບຊາວຫວຽດນາມອາໄສຢູ່ໄທ, ຊາວຫວຽດນາມ ພວມເຮັດວຽກ, ຮ່ຳຮຽນ ແລະ ດຳລົງຊີວິດຢູ່ໄທ ນັບຮ້ອຍຄົນ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top