• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ກາດ​ໃຊ້​ຍຸດ​ທະ​ສາດ Marketing ການ​ທ່ອງ​ທ່ຽວ ຫວຽດ​ນາມ ຮອດ​ປີ 2030

ຍຸດທະສາດໄດ້ວາງອອກເປົ້າໝາຍວ່າຮອດປີ 2025 ຈະຕ້ອນຮັບແຂກທ່ອງທ່ຽວສາກົນ 18 ລ້ານເທື່ອຄົນ, ຮັບໃຊ້ແຂກທ່ອງທ່ຽວພາຍໃນປະເທດ 130 ລ້ານເທື່ອຄົນ, ຮັກສາຄວາມໄວໃນການເຕີບໂຕແຂກທ່ອງທ່ຽວພາຍໃນປະເທດແຕ່ 8 – 9%/ປີ.
  ຄະນະແຂກທ່ອງທ່ຽວໄປທ່ຽວຮ່າໂນ້ຍ ດ້ວຍລົດສາມລໍ້ (ພາບ: TTXVN)  

ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວຫາກໍ່ເຊັນອະນຸມັດຂໍ້ຕົກລົງປະກາດໃຊ້ຍຸດທະສາດ Marketing ການທ່ອງທ່ຽວ ຫວຽດນາມ ຮອດປີ 2030. ຍຸດທະສາດເພື່ອແນໃສ່ໂຄສະນາ, ກຳນົດຫວຽດນາມ ແມ່ນສະຖານທີ່ນັດພົບການທ່ອງທ່ຽວທີ່ດຶງດູດແຖວໜ້າໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.

ຕາມນັ້ນແລ້ວ, ການທ່ອງທ່ຽວ ຫວຽດນາມ ຈະຢັ້ງຢືນເຄື່ອງໝາຍການຄ້າການທ່ອງທ່ຽວ ຫວຽດນາມ ແມ່ນສະຖານທີ່ນັດພົບທີ່ດຶງດູດໃຈ, ມີຄຸນນະພາບ, ຍືນຍົງ, ຕອບສະໜອງຄວາມຕ້ອງການຂອງແຂກທ່ອງທ່ຽວຕ້ອງການຄຸນນະພາບສູງ, ອາໄສຍາວນານ. ຂະແໜງການທ່ອງທ່ຽວ ຕ້ອງມຸ່ງໄປເຖິງການເພີ່ມຈຳນວນຜູ້ເຂົ້າຮ່ວມ ເວັບໄຊ, ບັນດາສື່ສັງຄົມອອນໄລຂອງກົມໃຫຍ່ການທ່ອງທ່ຽວ, ເພີ່ມຂອບເຂດສຳຜັດ, ລະດັບຕອບສະໜອງຂອງບັນດາການເຄື່ອນໄຫວ Marketing ດີຈີຕອນ. ຍຸດທະສາດກໍ່ວາງອອກໜ້າທີ່, ວິທີການແກ້ໄຂຈຸດສຸມ, ໃນນັ້ນເປັນໜ້າສົນໃຈນັ້ນແມ່ນການປ່ຽນແປງໃໝ່, ຫັນບັນດາຮູບແບບ Marketing ການທ່ອງທ່ຽວເປັນຫຼາຍຮູບແບບ, ຍູ້ແຮງການນຳໃຊ້ເຕັກໂນໂລຢີດີຈີຕອນ.

ຍຸດທະສາດໄດ້ວາງອອກເປົ້າໝາຍວ່າຮອດປີ 2025 ຈະຕ້ອນຮັບແຂກທ່ອງທ່ຽວສາກົນ 18 ລ້ານເທື່ອຄົນ, ຮັບໃຊ້ແຂກທ່ອງທ່ຽວພາຍໃນປະເທດ 130 ລ້ານເທື່ອຄົນ, ຮັກສາຄວາມໄວໃນການເຕີບໂຕແຂກທ່ອງທ່ຽວພາຍໃນປະເທດແຕ່ 8 – 9%/ປີ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top