• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ກາດ​ມະ​ຕິ​ສ້າງ​ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ໜຸ່ມ​ຊຸດ​ທີ XVI

ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໜຸ່ມ​ບໍ່​ພຽງ​ແຕ່​ປະ​ຕິ​ບັດ​ໜ້າ​ທີ່​ເປັນ​ຢ່າງ​ດີໃນ​ສະ​ໄໝ​​ນີ້​ເທົ່າ​ນັ້ນ ຫາກ​ຍັງ​ຕ້ອງ​ເບິ່ງ​ໄກ​ກວ່າ, ເປັນ​ເຈົ້າ​ການ​ຄົ້ນພົບ​​ບັນ​ດາ​ບັນ​ຫາ​ໃໝ່​ໃນ​ຕົວ​ຈິງ, ສະ​ເໜີ​ບັນ​ດາ​ວິ​ທີ​ການ​ສຳ​ຜັດ​ທີ່​ເໝາະ​ສົມ ແລະ ປະ​ກອບ​ສ່ວນ​ເຂົ້າ​ບັນ​ດາ​ນະ​ໂຍ​ບາຍ​ຊີ້​ຂາດ​ມີ​ວິ​ໄສ​ທັດ​ຍາວ​ນານ​ໃຫ້​ແກ່​ປະ​ເທດ​ຊາດ.
  ທ່ານ ໂດ​ວັນ​ຈຽນ ກຳ​ມະ​ການ​ກົມ​ການ​ເມືອງ, ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ມ​ອບ​ຊໍ່​ດອກ​ໄມ້​ໃຫ້​ກຸ່ມ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໜຸ່ມ​ຊຸດ​ທີ XVI (ພາບ: VNA)  

ຕອນ​ບ່າຍ​ວັນ​ທີ 22 ສິງ​ຫາ, ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດ, ທ່ານ ໂດ​ວັນ​ຈຽນ ກຳ​ມະ​ການ​ກົມ​ການ​ເມືອງ, ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໄດ້​ປະ​ກາດ​ມະ​ຕິ​ສ້າງ​ຕັ້ງ ແລະ ເປີດ​ຕົວ​ກຸ່ມ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໜຸ່ມ​ຊຸດ​ທີ XVI. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ​ໄດ້​ສົ່ງ​ສໍ່​ດອກ​ໄມ້​ອວຍ​ພອນ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ໂດ​ວັນ​ຈຽນ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຊີ້​ແຈ້ງວ່າ, ການ​ສ້າງ​ກຸ່ມ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໜຸ່ມ​ຊຸດ​ທີ XVI ບໍ່​ພຽງ​ແຕ່​ແມ່ນ​ການ​ສືບ​ຖອດ​ຮູບ​ແບບ​ທີ່​ມີ​ປະ​ສິດ​ທິ​ຜົນ​ທີ່​ໄດ້​ຢັ້ງ​ຢືນ​ຜ່ານຫຼາຍ​ສະ​ໄໝ​ແລ້ວ​ເທົ່າ​ນັ້ນ ຫາກ​ຍັງ​ຕິດ​ພັນ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ການ​ຈັດ​ຕ້ັງ ແລະ ການ​ເຄື່ອ​ນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ​ໃນ​ໄລ​ຍະ​ໃໝ່​ຢ່າງ​ແຮງ​ອີກ​ດ້ວຍ.

ທ່ານ​ໂດ​ວັນ​ຈຽນ ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ພາ​ແຫ່ງ​ຊາດ​ປາດ​ຖະ​ໜາ​ຢາກ ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໜຸ່ມ​ບໍ່​ພຽງ​ແຕ່​ປະ​ຕິ​ບັດ​ໜ້າ​ທີ່​ເປັນ​ຢ່າງ​ດີໃນ​ສະ​ໄໝ​​ນີ້​ເທົ່າ​ນັ້ນ ຫາກ​ຍັງ​ຕ້ອງ​ເບິ່ງ​ໄກ​ກວ່າ, ເປັນ​ເຈົ້າ​ການ​ຄົ້ນພົບ​​ບັນ​ດາ​ບັນ​ຫາ​ໃໝ່​ໃນ​ຕົວ​ຈິງ, ສະ​ເໜີ​ບັນ​ດາ​ວິ​ທີ​ການ​ສຳ​ຜັດ​ທີ່​ເໝາະ​ສົມ ແລະ ປະ​ກອບ​ສ່ວນ​ເຂົ້າ​ບັນ​ດາ​ນະ​ໂຍ​ບາຍ​ຊີ້​ຂາດ​ມີ​ວິ​ໄສ​ທັດ​ຍາວ​ນານ​ໃຫ້​ແກ່​ປະ​ເທດ​ຊາດ.

(ແຫຼ່ງຄັດຈາກ VOV)

ການ​ຊື້​ຂາຍ​ສິນ​ຄ້າ​ກັບ​ຕ່າງ​ປະ​ເທດ​ຜ່ານ​ການ​ຄ້າ​ເອ​ເລັກ​ໂຕ​ນິກ​ຕ້ອງ​ໄດ້​ປະ​ຕິ​ບັດ​ການ​ຢັ້ງ​ຢືນທາງ​ເອ​ເລັກ​ໂຕ​ນິກ

ການ​ຊື້​ຂາຍ​ສິນ​ຄ້າ​ກັບ​ຕ່າງ​ປະ​ເທດ​ຜ່ານ​ການ​ຄ້າ​ເອ​ເລັກ​ໂຕ​ນິກ​ຕ້ອງ​ໄດ້​ປະ​ຕິ​ບັດ​ການ​ຢັ້ງ​ຢືນທາງ​ເອ​ເລັກ​ໂຕ​ນິກ

ສິນຄ້າຕ່າງໆ ຕ້ອງປະ​ຕິ​ບັດ​ລະ​ບຽບ​ການ​ດ້ານພາສີ ແລະ ຕ້ອງກວດກາ, ຕິດຕາມກວດກາ. ບັນດາອົງການຈັດຕັ້ງ ແລະ ສ່ວນບຸກຄົນ ຢູ່ຫວຽດນາມ ທີ່ຊື້-ຂາຍ ສິນຄ້າ ກັບຕ່າງປະເທດ ຜ່ານແພຼດ​ຟອມການຄ້າເອເລັກໂຕນິກ ຕ້ອງໄດ້ຮັບການ ຢັ້ງຢືນທາງເອເລັກໂຕຣນິກ."

Top