• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານາທິບໍດີອາເມລິກາເຊື້ອເຊີນການນຳສປປ.ເກົາຫຼີໄປເຖິງເຂດປອດການທະຫານຢູ່ສ.ເກົາຫຼີ

      ວັນທີ 29 ມິຖຸນາ, ທ່ານປະທານາທິບໍດີອາເມລິກາ Donald Trump ໃຫ້ຮູ້ວ່າ, ທ່ານຢາກພົບປະກັບການນຳສປປ.ເກົາຫຼີ Kim Jong un ຢູ່ເຂດປອດການທະຫານ (DMZ) ຢູ່ບໍລິເວນຊາຍແດນລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ.
ໃນແຈ້ງການທີ່ເອົາລົງໃນສື່ສັງຄົມອອນລາຍ Twitter, ທ່ານປະທານາທິບໍດີ D.Trump ຂຽນວ່າ: “ພາຍຫຼັງການພົບປະສຳຄັນ 2 ຄັ້ງ, ລວມທັງການພົບປະກັບປະທານປະເທດຈີນ, ຂ້າພະເຈົ້າຈະອອກຈາກຍີ່ປຸ່ນ ເດີນທາງໄປສ.ເກົາຫຼີ. ໃນເວລາຢູ່ຢ້ຽມຢາມນັ້ນ, ຖ້າຫາກການນຳສປປ.ເກົາຫຼີ ອ່ານແຈ້ງການດັ່ງກ່າວ, ຂ້າພະເຈົ້າຫວັງວ່າຈະໄດ້ພົບປະກັບລາວຢູ່ເຂດປອດການທະຫານ ເຊິ່ງນອນຢູ່ບໍລິເວນຊາຍແດນລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ ເພື່ອຈັບມືກັນ ແລະ ສົ່ງຄຳທັກທາຍສະບາຍດີກັນ”.
        ຄຳສະເໜີດັ່ງກ່າວຖືກຍົກອອກມາໂດຍບັງເອີນ ໃນຈຸດເວລາທີວິວັດການເຈລະຈາປອດນິວເຄຼຍລະຫວ່າງອາເມລິກາ ແລະ ສປປ.ເກົາຫຼີ ຖືກຢຸດສະງັກ ນັບແຕ່ພາຍຫຼັງກອງປະຊຸມຍຸດຍອດລະຫວ່າງອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2 ສິ້ນສຸດລົງ ໂດຍບໍ່ບັນລຸໄດ້ຂໍ້ຕົກລົງໃດໆ.
 (ແຫຼ່ງຄັດຈາກ VOV)

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ໂດຍສືບຕໍ່ວາລະກອງປະຊຸມຄັ້ງທີ 10, ສະພາແຫ່ງຊາດ ຊຸດທີ XV, ຕອນເຊົ້າວັນທີ 3 ພະຈິກ, ສະພາແຫ່ງຊາດປຶກສາຫາລືກົດໝາຍຈຳນວນໜຶ່ງ ໃນນັ້ນມີກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ).

Top