• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດຫງວຽນທິກິມເງິນເຂົ້າຮ່ວມກອງປະຊຸມຄະນະປະຈຳສະພາປະຊາຊົນບັນດາແຂວງທາງທິດເໜືອພາກກາງ

      ຕອນເຊົ້າວັນທີ 23 ມັງກອນ, ຢູ່ນະຄອນ ແທງຮ໋ວາ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ເຂົ້າຮ່ວມກອງປະຊຸມຄະນະປະຈຳສະພາປະຊາຊົນບັນດາແຂວງທາງທິດເໜືອພາກກາງ ຄັ້ງທີ 3, ອາຍຸການ 2016 – 2021

ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນເຂົ້າຮ່ວມ
ກອງປະຊຸມຄະນະປະຈຳສະພາປະຊາຊົນບັນດາແຂວງທາງທິດເໜືອພາກກາງ
(ພາບ: TTXVN)
      ດ້ວຍຫົວຂໍ້ວ່າ “ປ່ຽນແປງໃໝ່, ຍົກສູງຄຸນນະພາບກອງປະຊຸມສະພາປະຊາຊົນແຂວງ”. ຢູ່ທີ່ນີ້, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເນັ້ນໜັກວ່າ, ເລື່ອງສືບຕໍ່ຫັນບັນດາແຜນນະໂຍບາຍ, ແນວທາງຂອງພັກ, ກົດໝາຍຂອງລັດເປັນລະອຽດ ໄດ້ຮຽກຮ້ອງໃຫ້ສະພາປະຊາຊົນທຸກຂັ້ນຕ້ອງສືບຕໍ່ປ່ຽນແປງໃໝ່, ມີຫົວຄິດປະດິດສ້າງໃນການຈັດຕັ້ງ ແລະ ການເຄື່ອນໄຫວເພື່ອປະຕິບັດໜ້າທີ່ເຊິ່ງປະຊາຊົນໄດ້ມອບໝາຍ, ປະຕິບັດບົດບາດໜ້າທີ່ຂອງອົງການທີ່ເປັນຕົວແທນຂອງປະຊາຊົນໃຫ້ເປັນຢ່າງດີ. ທ່ານນາງປະທານສະພາແຫ່ງຊາດຖືວ່າ, ສະພາປະຊາຊົນຄວນເອົາໃຈໃສ່ເຖິງວຽກງານໂຄສະນາໃນເວລາກ່ອນດຳເນີນ, ໃນເວລາດຳເນີນ ແລະ ພາຍຫຼັງກອງປະຊຸມສະພາປະຊາຊົນແຕ່ລະຄັ້ງ ເພື່ອໃຫ້ກອງປະຊຸມສະພາປະຊາຊົນແມ່ນເຫດການການເມືອງຢ່າງແທດຈິງ, ແມ່ນເວທີປາໄສດຶງດູດຄວາມສົນໃຈຂອງປະຊາຊົນ ແລະ ຜູ້ມີສິດເລືອກຕັ້ງ…
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top