• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະກັບວິສາຫະກິດຄອບຄົວດີເດັ່ນ

ປະຈຸບັນ, ວິສາຫະກິດຄອບຄົວ ກວມເອົາ 70% ຈຳນວນວິສາຫະກິດຢູ່ ຫວຽດນາມ, ອີກອັນໜຶ່ງແມ່ນມີກ່ວາ 5 ລ້ານຄອບຄົວດຳເນີນທຸລະກິດສ່ວນຕົວແມ່ນບັນດາວິສາຫະກິດຄບຄົວນ້ອຍທີ່ສຸດ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ພົບປະກັບຄະນະຜູ້ແທນວິສາຫະກິດຄອບຄົວດີເດັນຂອງທົ່ວປະເທດ

ຕອນຄ່ຳວັນທີ 3 ພະຈິກ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ພົບປະກັບຄະນະຜູ້ແທນວິສາຫະກິດຄອບຄົວດີເດັນຂອງທົ່ວປະເທດ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢັ້ງຢືນວ່າ: ສະພາແຫ່ງຊາດຍາມໃດກໍ່ສະໜັບສະໜູນປະຊາຄົມວິສາຫະກິດ ຄອບຄົວ ຫວຽດນາມ ແລະ ການເຄື່ອນໄຫວຂອງສະພານັກທຸລະກິດຄອບຄົວ ຫວຽດນາມ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ, ສະເໜີວ່າ:

“ບັນດານັກທຸລະກິດ, ພິເສດແມ່ນນັກທຸລະກິດ ທີ່ມີຮຸ້ນສ່ວນ ແລະ ເຂົ້າຮ່ວມບໍລິຫານວິສາຫະກິດຄອບຄົວ ຄວນເອົາໃຈໃສ່ຍົກສູງກຳລັງການບໍລິຫານດຳເນີນທຸລະກິດ, ສ້າງສາ, ຝຶກຝົນຫຼໍ່ຫຼອມຈັນຍາບັນ, ວັດທະນະທຳການດຳເນີນທຸລະກິດ, ນ້ຳໃຈຂອງຊາດ, ມີຄວາມຄາດຫວັງອຸທິດສ່ວນເພື່ອ ຫວຽດນາມ ໝັ້ນຄົງເຂັ້ມແຂງ, ມີຄວາມຮັບຜິດຊອບສັງຄົມ ເພື່ອພັດທະນາແບບຍືນຍົງ ແລະ ສົມເປັນບັນດານັກທຸລະກິດເປັນຕົວແທນໃຫ້ປະເທດ ຫວຽດນາມ ພັດທະນາ, ສີວິໄລ, ມີຄວາມຜາສຸກ. ຄວນຖືຈັນຍາບັນເປັນແກ່ນສານເພື່ອສ້າງວັດທະນະທຳດຳເນີນທຸລະກິດ ຫວຽດນາມ”. 

ປະຈຸບັນ, ວິສາຫະກິດຄອບຄົວ ກວມເອົາ 70% ຈຳນວນວິສາຫະກິດຢູ່ ຫວຽດນາມ, ອີກອັນໜຶ່ງແມ່ນມີກ່ວາ 5 ລ້ານຄອບຄົວດຳເນີນທຸລະກິດສ່ວນຕົວແມ່ນບັນດາວິສາຫະກິດຄບຄົວນ້ອຍທີ່ສຸດ. ວິສາຫະກິດຄອບຄົວກໍ່ແມ່ນແຫຼ່ງສ້າງຖັນແຖວນັກທຸລະກິດເຕີບໃຫຍ່, ເຂັ້ມແຂງຂອງປະເທດຊາດ ແລະ ກໍ່ແມ່ນຮູບແບບດຳເນີນທຸລະກິດຕົ້ນຕໍ່ໃນໂລກ.

(ແຫຼ່ງຄັດຈາກ VOV)

ຍົກລະ​ດັບ​ການ​ພົວ​ພັນ ຫວຽດ​ນາມ - ສິງ​ກະ​ໂປ ແລະ ທີ່​ຕັ້ງ​ບົດ​ບາດຂອງ ຫວຽດ​ນາມ ໃນ​ເວ​ທີ​ສາ​ກົນ

ຍົກລະ​ດັບ​ການ​ພົວ​ພັນ ຫວຽດ​ນາມ - ສິງ​ກະ​ໂປ ແລະ ທີ່​ຕັ້ງ​ບົດ​ບາດຂອງ ຫວຽດ​ນາມ ໃນ​ເວ​ທີ​ສາ​ກົນ

ຕາມ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແລ້ວ ຈຸດ​ສຸມ​ຂອງ ການ​ຢ້ຽມ​ຢາ​ສິງ​ກະ​ໂປ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທ​ານ​ປະ​ເທດ ໂຕ​ເລິມ ແມ່ນ​ການ​ເຂົ້າ​ຮ່ວມ​ແລະ​ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ Shangri-la.

Top