• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ຕ້ອນຮັບທ່ານຮອງປະທານສະພາຕ່ຳ ສ.ເຊັກໂກ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຢືນຢັນວ່າ: ຫວຽດນາມ ປາດຖະໜາຢາກມີສິນຄ້າຫວຽດນາມ ເປັນຈຳນວນຫຼວງຫຼາຍສົ່ງອອກໄປຍັງເຊັກໂກ ບົນພື້ນຖານການປະຕິບັດສັນຍາການຄ້າເສລີລະຫວ່າງ ຫວຽດນາມ - ອີຢູ (EVFTA) ແລະ ກົງກັນຂ້າມ
  ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ແລະ ທ່ານຮອງປະທານສະພາຕ່ຳ ສ.ເຊັກໂກ Jan Bartošek  

ຕອນບ່າຍວັນທີ 23 ພຶດສະພາ, ຢູ່ຫໍສະພາແຫ່ງຊາດ, ກ່າວຄຳເຫັນທີ່ການພົບປະກັບທ່ານຮອງປະທານສະພາຕ່ຳ ເຊັກໂກ Jan Bartošek ທີ່ພວມຢ້ຽມຢາມຫວຽດນາມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຢືນຢັນວ່າ: ຫວຽດນາມ ປາດຖະໜາຢາກມີສິນຄ້າຫວຽດນາມ ເປັນຈຳນວນຫຼວງຫຼາຍສົ່ງອອກໄປຍັງເຊັກໂກ ບົນພື້ນຖານການປະຕິບັດສັນຍາການຄ້າເສລີລະຫວ່າງ ຫວຽດນາມ - ອີຢູ (EVFTA) ແລະ ກົງກັນຂ້າມ. ທ່ານປະທານສະພາແຫ່ງຊາດສະເໜີ ສາທາລະນະລັດ ເຊັກໂກ ລົງທຶນປຸງແຕ່ງຜະລິດຕະພັນກະເສດຢູ່ ຫວຽດນາມ ເພື່ອສົ່ງອອກມາຍັງສະມາຄົມບັນດາປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ໂລກເວົ້າລວມ ແລະ ສາທາລະນະລັດ ເຊັກໂກ ຊຸກຍູ້ບັນດາລັດຖະສະພາບັນດາປະເທດສະມາຊິກສະຫະພາບເອີລົບ (EU) ໃຫ້ສັດຕະຍາບັນ. ສັນຍາປົກປ້ອງການລົງທຶນຂອງສະຫະພາບເອີລົບ-ຫວຽດນາມ (EVIPA).

2 ຝ່າຍກໍ່ໃຫ້ຮູ້ວ່າ: ຕ້ອງເປີດສາຍການບິນໂດຍກົງລະຫວ່າງ ຫວຽດນາມ ແລະ ສ.ເຊັກໂກ ເພື່ອຮັບໃຊ້ການທ່ອງທ່ຽວ, ການຄ້າ ແລະ ການລົງທຶນ. ທ່ານຮອງປະທານສະພາຕ່ຳ ສ.ເຊັກໂກ ສະແດງຄວາມຫວັງວ່າ 2 ປະເທດຈະຮ່ວມມືໃນຂົງເຂດປ້ອງກັນຄວາມສະຫງົບ, ຕ້ານອາດຊະຍາກຳ, ຢືນຢັນຫຼັກໝັ້ນຂອງຫວຽດນາມ ກ່ຽວກັບບັນຫາທະເລຕາເວັນອອກ ບົນພື້ນຖານເຄົາລົບກົດໝາຍສາກົນ, ໃນນັ້ນມີ. ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

(ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top