• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ພົບປະເຈລະຈາກັບທ່ານປະທານ ສະພາປຶກສາການເມືອງປະຊາຊົນແຫ່ງຊາດ ຈີນ

      ຕອນບ່າຍວັນທີ 12 ກໍລະກົດ, ຢູ່ຫໍສະພາປະຊາຊົນແຫ່ງຊາດ ຈີນ, ນະຄອນຫຼວງ ປັກກິ່ງ, ໃນຂອບເຂດການຢ້ຽມຢາມສາທາລະນະລັດ ປະຊາຊົນ ຈີນ ຢ່າງເປັນທາງການ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ພົບປະເຈລະຈາກັບທ່ານ ກວາງຢ໊າງ ປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດ ຈີນ . 
ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ທ່ານ ກວາງຢ໊າງ
ປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດ ຈີນ  (ພາບ: TTXVN)
      ນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມໄດ້ແຈ້ງໃຫ້ທ່ານ ກວາງຢ໊າງ ຊາບກ່ຽວກັບການສົມທົບກັນໃນການປະຕິບັດງານລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ແນວໂຮມປະເທດຊາດ ຫວຽດນາມ. ພ້ອມທັງຕີລາຄາສູງບັນດາໝາກຜົນທີ່ບັນລຸໄດ້ຜ່ານບັນດາການເຄື່ອນໄຫວຮ່ວມມືລະຫວ່າງ ແນວໂຮມປະເທດຊາດ ຫວຽດນາມ ແລະ ຄະນະກຳມະການ ສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນໃນໄລຍະຜ່ານມາ. ທ່ານນາງ ຫງວຽນທິກິມເງິນ ໄດ້ສະເໜີໃຫ້ທ່ານ ກວາງຢ໊າງ ສືບຕໍ່ເອົາໃຈໃສ່, ຊີ້ນຳສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນສົມທົບກັນຢ່າງແໜ້ນແຟ້ນກັບແນວໂຮມປະເທດຊາດ ຫວຽດນາມ.
        ສ່ວນທ່ານ ກວາງຢ໊າງ ໄດ້ຕີລາຄາສູງການພົວພັນສອງພັກ, ສອງລັດ. ກ່ຽວກັບບັນຫາຢູ່ທະເລ, ທ່ານ ກວາງຢ໊າງ ໄດ້ຊີ້ແຈ້ງວ່າການນຳຂັ້ນສູງສອງປະເທດໄດ້ມີຄວາມຮັບຮູ້ລວມ, ດ້ວຍຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງໃນການພົວພັນສອງຝ່າຍນັ້ນອາດສາມາດແກ້ໄຂບັນດາບັນຫາທີ່ຍັງມີຄວາມແຕກຕ່າງກັນ, ເພື່ອຮັກສາສະຖຽນລະພາບຢູ່ທະເລ.
 (ແຫຼ່ງຄັດຈາກ VOV)
 

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top