• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 44 ປີແຫ່ງວັນປົດປ່ອຍ ເກິນເທີ

ຕອນເຊົ້າວັນທີ 26 ເມສາ, ເນື່ອງໃນໂອກາດພົບປະກັບຜູ້ມີສິດເລືອກຕັ້ງຢູ່ນະຄອນ ເກິນເທີ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 44 ປີແຫ່ງວັນປົດປ່ອຍ ເກິນເທີ, ປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30/04/1975 – 30/04/2019), 133 ປີແຫ່ງວັນກຳມະກອນສາກົນ 01/05 (01/05/1886 – 01/05/2019), 129 ປີແຫ່ງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ.
ກ່າວຄຳເຫັນທີ່ພິທີ, ທ່ານ ຫວໍແທ່ັງທົ໊ງ, ປະທານຄະນະກຳມະການປະຊາຊົນນະຄອນ ເກິນເທີ ໄດ້ຫວນຄືນຊຸມວັນເດືອນປີປະຫວັດສາດແຫ່ງການຕໍ່ສູ້ຢ່າງພິລະອາດຫານ, ບໍ່ຍອມຈຳນົນ, ເຕັມໄປດ້ວຍການສະຫຼະຊີວິດ, ລຳບາກກາກກຳ ແຕ່ເຕັມໄປດ້ວຍຄວາມສະຫງ່າລາສີຂອງກອງທັບ ແລະ ປະຊາຊົນ ເກິນເທີ ພ້ອມກັບປະຊາຊົນໃນທົ່ວປະເທດລຸກຂຶ້ນ ປົດປ່ອຍບ້ານເກີດເມືອງນອນ, ທ້ອນໂຮມປະເທດຊາດເປັນເອກະພາບ ກໍ່ຄືກິດຈະການສ້າງສາພັດທະນາເສດຖະກິດສັງຄົມຂອງນະຄອນໃນໄລຍະຜ່ານມາ.

ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 44 ປີແຫ່ງວັນປົດປ່ອຍ ເກິນເທີ (ພາບ: quochoi.vn)
 ເນື່ອງໃນໂອກາດນີ້, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ພ້ອມດ້ວຍການນຳຄະນະພັກນະຄອນ ເກິນເທີ ໄດ້ປະດັບຫຼຽນກາອາຍຸພັກ 30 ປີເຖິງ 70 ປີໃຫ້ແກ່ຜູ້ອາວຸໂສປະຕິວັດ 8 ຄົນຢູ່ນະຄອນ ເກິນເທີ ທີ່ຕາງໜ້າໃຫ້ສະມາຊິກພັກ 280 ຄົນທີ່ໄດ້ຮັບຫຼຽນກາອາຍຸພັກໃນໂອກາດວັນທີ 30 ເມສາ ແລະ ວັນທີ 1 ພຶດສະພາ.
(ແຫຼ່ງຄັດຈາກ VOV)
 

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top