• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕ້ອນຮັບຜູ້ອຳນວຍການໃຫຍ່ທະນາຄານໂລກ


ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕ້ອນຮັບຜູ້ອຳນວຍການໃຫຍ່ທະນາຄານໂລກ

      ທີ່​ການ​ຕ້ອນ​ຮັບ ຜູ້​ອຳ​ນວຍ​ການ​ໃຫຍ່​ທະ​ນາ​ຄານ​ໂລກ (WB) Kristalina Georieva ໃນ​ຕອນ​ບ່າຍ​ວັນ​ທີ 23/3, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ໃຫ້​ຮູ້​ວ່າ: ເກືອບ 170 ໂຄງ​ການ​ໂດຍ​ທະ​ນາ​ຄານ​ໂລກ​ອຸ​ປະ​ຖຳ​ໃຫ້ ຫວຽດ​ນາມ ໄດ້​ປະ​ຕິ​ບັດ​ເປັນ​ຢ່າງ​ດີ, ພ້ອມ​ທັງ​ຂອບ​ໃຈ​ທະ​ນາ​ຄານ​ໄດ້ສ້າງ​ກົນ​ໄກ​ໜູນ​ຊ່ວຍ​ຫັນ​ປ່ຽນ​ທຶນ​ກູ້​ຢຶມ​ບຸ​ລິ​ມະ​ສິດ​ໃຫ້​ແກ່ ຫວຽດ​ນາມ. ທ່ານ​ນາງ​ປະ​ທານ​ສ​ະ​ພາ​ແຫ່ງ​ຊາດ ຫງວຽ​ນ​ທິ​ກິມ​ເງິນ​ ຖື​ວ່າ: ເອ​ກະ​ສານ​ຂອບ​ເຂດ​ຄູ່​ຮ່ວມ​ມື​ແຫ່ງ​ຊາດ, ຫວຽດ​ນາມ - WB ໄລ​ຍະ 2017 – 2022 ເຊິ່ງ WB ພວມກໍ່​ສ້າງ​ມີ​ບັນ​ດາ​ຈຸດ​ທີ່​ຄ້າຍ​ຄື​ກັນ, ເໝາະ​ສົມ​ກັບ​ບັນ​ດາ​ບຸ​ລິ​ມະ​ສິດ​ພັດ​ທະ​ນາ​ຂອງ ຫວຽດ​ນາມ.
        ສ່ວນ​ທ່ານ​ນາງ ຜູ້​ອຳ​ນວຍ​ການ​ໃຫຍ່​ທະ​ນາ​ຄານ​ໂລກ Kristalina Georieva ໃຫ້​ຮູ້​ວ່າ: ໄລ​ຍະ​ຈະ​ມາ​ເຖິງ, ທະ​ນາ​ຄານ​ໂລກ​ຈະ​ສືບ​ຕໍ່​ໜູນ​ຊ່ວຍ ຫວຽດ​ນາມ, ພິ​ເສດ​ໃນ​ຂົງ​ເຂດ​ນິ​ຕິ​ບັນ​ຍັດ, ສືບ​ຕໍ່​ຮ່ວມ​ມື​ກັບ​ລັດ​ຖະ​ບານ ຫວຽດ​ນາມ ໃນ​ການ​ປະ​ຕິ​ຮູບ​ລັດ​ວິ​ສາ​ຫະ​ກິດ, ປະ​ຕິ​ຮູບ​ການ​ເງິນ ແລະ ບັນ​ດາ​ສິ່ງ​ທ້າ​ທາຍ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິ​ນ​ຟ້າ​ອາ​ກາດ.
(ແຫຼ່ງຄັດຈາກ VOV)

ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມທິວທັດທຳມະຊາດ ຈ່າງອານ ຊຶ່ງ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ

ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມທິວທັດທຳມະຊາດ ຈ່າງອານ ຊຶ່ງ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ

ກຸ່ມ ທິວທັດທຳມະຊາດ ຈ່າງອານ ແມ່ນຈຸດເດັ່ນພິເສດຂອງທຳມະຊາດ, ປະຊາຊົນ ນິງບິ່ງ, ໂດຍໄດ້ຮັບການຮັບຮອງຈາກ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳທຳມະຊາດໂລກປີ 2024.

Top