• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດເຈີ່ນດ້າຍກວາງ ເຮັດວຽກກັບການນຳແຂວງແທງຮ໋ວາ


ປະທານປະເທດເຈີ່ນດ້າຍກວາງ ເຮັດວຽກກັບການນຳແຂວງແທງຮ໋ວາ
(ພາບ: TTXVN )

      ວັນ​ທີ 20/2, ໂດຍ​ສືບ​ຕໍ່​ການ​ປະ​ຕິ​ບັດ​ງານ​ຢູ່​ແຂວງ ແທງ​ຮ໋​ວາ, ທ່ານ​ປະ​ທານ​ປະ​ເທດ​ ເຈີ່ນ​ດ້າຍກວາງ ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ແທງ​ຮ໋​ວາ ກ່ຽວກ​ັບ​ສະ​ພາບ​ການ​ເສດ​ຖະ​ກິດ - ສັງ​ຄົມ, ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາ​ມ​ຫງົບ, ​ວຽກ​ງານກໍ່​ສ້າງ​ພັກ. ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ສະ​ເໜີ​ໃຫ້​ແຂວງ ແທງ​ຮ໋​ວາ ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ໃຫ້​ດີ​ກ່​ວາ​ອີກ, ລະ​ດົມ ແລະ ນຳ​ໃຊ​້​ບັນ​ດາ​ແຫຼ່ງ​ກຳ​ລັງ​ພາຍ​ໃນ ແລະ ນອກ​ແຂວງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິ​ດ​ໄວ, ຮອບ​ດ້ານ, ໝັ້​ນ​ຄົງ​ຍາວ​ນານ. ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ເນັ້ນ​ໜັກ​ວ່າ ແຂວງ ແທງ​ຮ໋​ວາ ຕ້ອງ​ເອົາ​ໃຈ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ສິ່​ງ​ຄົງ​ຄ້າງ, ສ້າງ​ເງື່ອນ​ໄຂ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຍູ້​ແຮງ​ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ທັນ​ການ, ບຸ​ລິ​ມະ​ສິ​ດ​ແຫຼ່ງ​ກຳ​ລັງ​ເພື່ອ​ສຸ​ມ​ໃສ່​ພັດ​ທະ​ນາ​ເຂດ​ເສດ​ຖະ​ກິດ ງີ​ເຊ​ີນ ກາຍ​ເປັນ​ເຂດ​ເສ​ດ​ຖະ​ກິດ​ຈຸດ​ສຸມ​ຂອງ​ທົ່ວ​ປະ​ເທດ.
 (ແຫຼ່ງຄັດຈາກ VOV)

ນະຄອນ ໂຮ່ຈິມີນ: ສະມາຊິກເຄືອຂ່າຍນະຄອນຮ່ຳຮຽນທົ່ວໂລກ

ນະຄອນ ໂຮ່ຈິມີນ: ສະມາຊິກເຄືອຂ່າຍນະຄອນຮ່ຳຮຽນທົ່ວໂລກ

49 ປີພາຍຫລັງໄດ້ຮັບການປົດປ່ອຍຢ່າງສົມບູນ (1975 – 2024), ນະຄອນ ໂຮ່ຈີມິນ ປະຈຸບັນໄດ້ພັດທະນາເປັນຕົວເມືອງໃຈກາງການບໍລິຫານທັນສະໄຫມຂອງ ອາຊີຕາເວັນອອກສ່ຽງໃຕ້ ເທື່ອລະກ້າວ. ຫວ່າງແລ້ວນີ້, ນະຄອນໂຮ່ຈີມິນ ໄດ້ຮັບການຮັບຮອງຈາກອົງການສຶກສາ ວິທະຍາສາດ ແລະ ວັດທະນະທຳຂອງ ສປຊ (UNESCO) ວ່າ ແມ່ນສະມາຊິກຂອງເຄືອຂ່າຍນະຄອນຮ່ຳຮຽນທົ່ວໂລກ.

Top