• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດເຈິ່ນດ້າຍກວາງເປັນປະທານວາລະປະຊຸມທີ 4 ຂອງຄະນະຊີ້ນຳການປະຕິຮູບດ້ານຕຸລາການສູນກາງ

      ຕອນບ່າຍວັນທີ 15 ທັນວາ ຢູ່ຮ່າໂນ້ຍ, ຄະນະຊີ້ນຳການປະຕິຮູບດ້ານຕຸລາການສູນກາງ ( ຄະນະຊີ້ນຳ ) ໄດ້ຈັດຕັ້ງວາລະປະຊຸມທີ 4. ປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ, ຫົວໜ້າຄະນະຊີ້ນຳການປະຕິຮູບດ້ານຕຸລາການສູນກາງເປັນປະທານກອງປະຊຸມ.

ທ່ານປະທານປະເທດເຈິ່ນດ້າຍກວາງເປັນປະທານວາລະປະຊຸມທີ 4 ຂອງຄະນະຊີ້ນຳການປະຕິຮູບດ້ານຕຸລາການສູນກາງ
(ພາບ: TTXVN)
      ກ່າວຄຳເຫັນສະຫຼຸບວາລະປະຊຸມ, ສະຫຼຸບບັນດາໝາກຜົນການຜັນຂະຫຍາຍໜ້າທີ່ວຽກງານຂອງຄະນະຊີ້ນຳໃນປີ 2017, ທ່ານປະທານປະເທດ ເຈິ່ນດ້າຍກວາງ ເນັ້ນໜັກວ່າ ຄະນະຊີ້ນຳໄດ້ປະຕິບັດແຜນນະໂຍບາຍ “ ສືບຕໍ່ຍູ້ແຮງການປະຕິບັດຍຸດທະສາດປະຕິຮູບດ້ານຕຸລາການ ” ຢ່າງເຂັ້ມງວດ ໂດຍກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກຮັບຮອງເອົາ ແລະ ບັນດາເອກະສານຊີ້ນຳຂອງກົມການເມືອງ; ຊີ້ນຳ - ນຳພາບັນດາອົງການ, ສຳນັກງານທີ່ກ່ຽວຂ້ອງ ຜັນຂະຫຍາຍການປະຕິບັດຍຸດທະສາດປະຕິຮູບດ້ານຕຸລາການ ຖືກຕ້ອງຕາມພາລະບົດບາດ, ໜ້າທີ່ໄດ້ຮັບມອບໝາຍ.
        ກ່ຽວກັບລາຍການເຮັດວຽກຂອງຄະນະຊີ້ນຳ ປີ 2018, ທ່ານປະທານປະເທດ ເຈິ່ນດ້າຍກວາງ ສະເໜີຄະນະຊີ້ນຳ ສືບຕໍ່ປະຕິບັດລະບອບການປະຊຸມ ປະຈຳໄລຍະ 3 ເດືອນເທື່ອໜຶ່ງ ຖືກຕາມຂໍ້ກຳນົດຂອງກົມການເມືອງ ແລະ ກົດລະບຽບການເຮັດວຽກຂອງຄະນະຊີ້ນຳ.
        ແຈ້ງໃຫ້ຮູ້ຄວາມເຫັນກ່ຽວກັບບົດລາຍງານ, ຂໍ້ສະເໜີ ຂອງຄະນະພັກສະມາຄົມນັກກົດໝາຍຫວຽດນາມ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ເນັ້ນໜັກວ່າ ຄະນະຊີ້ນຳ ຕີລາຄາສູງໝາກຜົນການຮ່ວມມືລະຫວ່າງ ສະມາຄົມນັກກົດໝາຍຫວຽດນາມ ກັບ ໂຄງການພັດທະນາສະຫະປະຊາຊາດ ປະຈຳຫວຽດນາມ ກ່ຽວກັບການສຳຫຼວດດັດຊະນີຄວາມເປັນທຳ; ເຫັນດີເຫັນພ້ອມຕໍ່ທິດທາງສ້າງດັດຊະນີຕຸລາການ ທີ່ໄດ້ລະບຸໄວ້ຢູ່ໃນບົດລາຍງານຂອງຄະນະພັກສະມາຄົມນັກກົດໝາຍຫວຽດນາມໂດຍພື້ນຖານ.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top