• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດເຂົ້າຮ່ວມພິທີຕ້ອນຮັບນາມມະຍົດວິລະຊົນກຳລັງປະກອບອາວຸດປະຊາຊົນ

      ຕອນເຊົ້າວັນທີ 23/6, ຢູ່ນະຄອນ ຫາຍຝ່ອງ, ຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ. ກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ຫາຍຝ່ອງ ໄດ້ຈັດຕັ້ງພິທີຕ້ອນຮັບນາມມະຍົດ

ປະທານປະເທດ ເຈີ່ນດ້າຍກວາງ ເຂົ້າຮ່ວມພິທີຕ້ອນຮັບນາມມະຍົດວິລະຊົນກຳລັງປະກອບອາວຸດປະຊາຊົນ
      “ກົມກອງວິລະຊົນກຳລັງປະກອບອາວຸດປະຊາຊົນ“. ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ເຂົ້າຮ່ວມ ແລະ ກ່າວຄວາມເຫັນທີ່ພິທີ, ທ່ານຊີ້ແຈ້ງວ່າ, ທະຫານປ້ອງກັນຊາຍແດນນະຄອນ ຫາຍຝ່ອງ ມີຄວາມມານະພະຍາຍາມສູ້ຊົນກວ່າອີກ, ຍາດແຍ່ງກາລະໂອກາດ, ຜ່ານຜ່າການທ້າທາຍ, ປະຕິບັດຄາດໝາຍ, ໜ້າທີ່ໃນໄລຍະປະຕິວັດໃໝ່ຢ່າງມີໄຊ. ທ່ານປະທານປະເທດ ເຈິ່ງດ້າຍກວາງ ສະເໜີວ່າ:
        “ເສີມຂະຫຍາຍມູນເຊື້ອເປັນກົມກອງວິລະຊົນ ກຳລັງປະກອບອາວຸດປະຊາຊົນ, ເປັນເຈົ້າການກຳແໜ້ນ, ໄຈ້ແຍກ, ຕີລາຄາ ແລະ ຄາດຄະເນສະພາບການຢ່າງຊັດເຈນ, ໂດຍສະເພາະແມ່ນບັນດາການຜັນແປທີ່ກ່ຽວຂ້ອງເຖິງເຂດຊາຍແດນ, ເຂດທະເລ, ໝູ່ເກາະ ເພື່ອເປັນເຈົ້າການເປັນເສນາທິການກັບອຳນາດການປົກຄອງທ້ອງຖີ່ນ, ຄະນະພັກການທະຫານສູນກາງ ແລະ ກະຊວງປ້ອງກັນປະເທດ ກ່ຽວກັບບັນດາແຜນນະໂຍບາຍ, ມາດຕະການແກ້ໄຂທີ່ເໝາະສົມ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບ ໃນທຸກສະຖານະການ“.
        ຕາງໜ້າການນຳພັກ, ລັດ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ມອບນາມມະຍົດ “ວິລະຊົນກຳລັງປະກອບອາວຸດປະຊາຊົນ“ ໃຫ້ທະຫານປ້ອງກັນຊາຍແດນ ຫາຍຝ່ອງ ແລະ ນາມມະຍົດ “ວິລະຊົນກຳລັງປະກອບອາວຸດປະຊາຊົນ“ ໃຫ້ພັນຕີ ຫງວຽນຫື້ວດ່ວນ.
(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top