• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດລາວ ຕີລາຄາສູງປະສິດທິຜົນການຮ່ວມມືລະຫວ່າງ 2 ຫ້ອງວ່າການປະທານປະເທດ ຫວຽດນາມ-ລາວ


(ທ່ານ ດ່າວ​ຫວຽດຈ​ູງ, ຫົວ​ໜ້າ​ຫ້ອງວ່າ​ການ​ເປັນ​ຫົວ​ໜ້າ​ຄະ​ນະ 
ພົບ​ປະ​ກັນ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ລາວ ບຸນ​ຍັງ ວໍ​ລະ​ຈິດ)
      ​​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ​ສ​ປ​ປ.ລາວ ໃນ​ລະ​ຫວ່າງວັນ​ທີ 04 – 07/04, ຕອ​ນ​ເຊົ້າ​ວັນ​ທີ 05/04, ຢູ່​ນະ​ຄອນ​ຫຼວງວຽງ​ຈັນ, ຄະ​ນະ​ຜູ້​ແທນ​ຫ້ອງວ່າ​ການ​ປະ​ທານ​ປະ​ເທດ​ຫວຽດ​ນາມ, ໂດຍ​ທ່ານ ດ່າວ​ຫວຽດຈ​ູງ, ຫົວ​ໜ້າ​ຫ້ອງວ່າ​ການ​ເປັນ​ຫົວ​ໜ້າ​ຄະ​ນະ ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ລາວ ບຸນ​ຍັງ ວໍ​ລະ​ຈິດ. ຢູ່​ທີ່ນີ້ທ່ານ​ໄດ້​ລາຍ​ງານ​​ໃຫ້ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ລາວ ບຸນ​ຍັງ ວໍ​ລະ​ຈິດ ຊາບ​ກ່ຽວ​ກັບ​ໝາກ​ຜົນ​ການ​ເຈ​ລະ​ຈາ​ກັບ​ທ່ານ​ລັດ​ຖະ​ມົນ​ຕີ, ຫົວ​ໜ້າ​ຫ້ອງວ່າ​ການ​ປະ​ທານ​ປະ​ເທດ​ລາວ ຄຳ​ເມີງ ພົງ​ທະ​ດີ ທີ່​​ດຳ​ເນີນ​ໃນ​ວັນ​ທີ 04/04, ທ່ານ ດ່າວ​ຫວຽດ​ຈູງ ໃຫ້​ຮູ້​ວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ແລກ​ປ່ຽນ​ບົດ​ຮຽນ​ເພື່ອ​ແນ​ໃສ່​ຍົກ​ສູງ​ກຳ​ລັງ​ຄວາມ​ສາມ​າດ​ດ້ານ​ວິ​ຊາ​ຊີບ, ປະ​ຕິ​ບັດ​ສຳ​ເລັດ​ວຽກ​ງານ​ຮັບ​ໃຊ້​ການ​ນຳ​ຂັ້​ນ​ສູງ​ຂອງ 2 ລັດ​ຫວຽດ​ນາມ ແລະ ລ​າວ ໃຫ້​ເປັນ​ຢ່າງ​ດີ.
        ສ່ວນ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ລາວ ບຸນ​ຍັງ ວໍ​ລະ​ຈິດ ໄດ້​ຕີ​ລາ​ຄາ​ສູງ​ການ​ຮ່ວມ​ມື​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ 2 ຫ້ອງວ່າ​ການ​ປະ​ທານ​ປະ​ເທດ​ຂອງ 2 ປະ​ເທດ ໃນ​ໄລ​ຍະ​ຜ່ານ​ມາ; ຢືນ​ຢັນ​ໝາກ​ຜົນ​ແຫ່ງ​ການ​ຮ່ວມ​ມື​ຢ່າງ​ມີປະ​ສິ​ດ​ທິ​ຜົນ​ລະ​ຫວ່າງ 2 ອົງ​ການ ບໍ່​ພ​ຽງ​ແຕ່​ຊ່ວຍ​ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ 2 ຫ້ອງວ່າ​ການ​ປະ​ທານ​ປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ - ລາວ ອີກ​ດ້ວຍ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ບຸນ​ຍັງ ວໍ​ລະ​ຈິດ ສະ​ແດງ​ຄວາມ​ປາດ​ຖະ​ໜາ​ວ່າ, ດ້ວຍ​ຖາ​ນະ​ເປັນ 2 ອົງ​ການ​ເສ​ນາ​ທິ​ການ​ໃຫ້​ການ​ນຳ​ຂັ້ນ​ສູງ​ຂອງ 2 ປະ​ເທດ, ຫ້ອງ​ວ່າການ​ປະ​ທານ​ປະ​ເທດ​ຫວຽດ​ນາມ ​ແລະ ຫ້ອງ​ວ່າ​ການ​ປະ​ທານ​ປະ​ເທດລາວ ຈະ​ສືບ​ຕໍ່​ເພີ່​ມ​ທະ​ວີ​ການ​ຮ່ວມ​ມື, ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ແລະ ມີ​ປະ​ສິດ​ທິ​ຜົນ​ກວ່າ​ອີກ ເພື່ອ​ປະ​ຕິ​ບັດ​ໜ້າ​ທີ່​ເຊິ່ງ 2 ພັກ, 2 ລັດ ມອບ​ໝາຍ​ໃຫ້ເປັນ​ຢ່າງ​ດີ.
 (ແຫຼ່ງຄັດຈາກ VOV)
 

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top