ທີ່ການພົບປະເຈລະຈາ, ທ່ານປະທານປະເທດ ເລືອງເກືອງ ແລະ ທ່ານປະທານາທິບໍດີ ອີຢິບ Abdel Fattah El-Sisi ເຫັນດີເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຢ່າງເລິກເຊິ່ງກ້ວາງຂວາງ ແລະ ຜັນຂະຫຍາຍບັນດາມາດຕະການເພີ່ມທະວີການຮ່ວມມືດ້ານການຄ້າ ແລະ ການລົງທຶນ, ເປີດກວ້າງການຮ່ວມມືສູ່ບັນດາຂົງເຂດໃໝ່ຄື: ນະວັດຕະກຳ, ວິທະຍາສາດ ແລະ ເຕັກໂນໂລຊີ, ການເຕີບໂຕສີຂຽວ, ຫັນເປັນດີຈີຕອນ.
ສ່ວນທ່ານປະທານາທິບໍດີ Abdel Fattah El-Sisi ຢືນຢັນວ່າ ອີຢິບ ພ້ອມແລ້ວທີ່ຈະເປັນຂົວຕໍ່ໃຫ້ວິສາຫະກິດ, ສິນຄ້າຫວຽດນາມ ເຂົ້າເຖິງຕະຫຼາດຕາເວັນອອກກາງ ແລະ ອາຟຣິກາ, ເຫັນດີເປັນເອກະພາບຈະປຶກສາຫາລືກ່ຽວກັບຄວາມອາດສາມາດສ້າງຂອບການຮ່ວມມືດ້ານການຄ້າສອງຝ່າຍໃໝ່, ຜ່ານນັ້ນປະກອບສ່ວນຍົກສູງວົງເງິນການຄ້າໃນໄລຍະຈະມາເຖິງ.
2 ຝ່າຍໄດ້ເຫັນດີສ້າງຕັ້ງຫນ່ວຍງານ ສຶກສາຄວາມສາມາດເຈລະຈາສັນຍາການຄ້າເສລີ ຫວຽດນາມ - ອີຢິບ, ຊຸກຍູ້ການຮ່ວມມືດ້ານການສຶກສາ, ພົວພັນແລກປ່ຽນປະຊາຊົນ, ເພີ່ມທະວີການເຄື່ອນໄຫວຊຸກຍູ້ການທ່ອງທ່ຽວ, ໂຄສະນາສະຖານທີ່ທ່ອງທ່ຽວ, ວັດທະນະທຳ ແລະ ປະຊາຊົນສອງປະເທດ.
ທ່ານປະທານປະເທດ ເລືອງເກືອງ ສະເໜີຜັນຂະຫຍາຍການຮ່ວມມືດ້ານການສຶກສາ, ແລກປ່ຽນນັກສຶກສາໃນຂົງເຂດໃໝ່, ປາດຖະໜາວ່າ ອີຢິບ ເອົາໃຈໃສ່ ແລະ ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວ ຫວຽດນາມ ດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ ອີຢິບ ຢ່າງເປັນປົກກະຕິ.ກ່ຽວກັບບັນຫາພາກພື້ນ ແລະ ສາກົນ, ທ່ານປະທານປະເທດ ເລືອງເກືອງ ຕີລາຄາສູງບົດບາດຂອງ ອີຢິບ ໃນຖານະເປັນກາງໄກ່ເກ່ຍ ໃນການຊອກຫາວິທີແກ້ໄຂຄວາມຂັດແຍ່ງໃນພາກພື້ນ. ທ່ານປະທານາທິບໍດີ ອີຢິບ ຊົມເຊີຍຫຼັກໝັ້ນຂອງຫວຽດນາມ ກ່ຽວກັບການຕໍ່ສູ້ອັນຊອບທຳຂອງຊາວ ປາແລັດສະໄຕ ແລະ ຢືນຢັນຊຸກຍູ້ວິທີການແກ້ໄຂ 2 ລັດ ແມ່ນຈຸດໝາຍສຳຄັນເພື່ອບັນລຸສັນຕິພາບແບບຍືນຍົງ ແລະ ຍາວນານຢູ່ຕາເວັນອອກກາງ.
ກ່ຽວກັບບັນຫາທະເລຕາເວັນອອກ, ການນຳ 2 ທ່ານຢືນຢັນສະໜັບສະໜູນການແກ້ໄຂການຂັດແຍ່ງກັນໂດຍສັນຕິວິທີ ບົນພື້ນຖານເຄົາລົບກົດໝາຍສາກົນ, ກົດບັດສະຫະປະຊາຊາດ ແລະ ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍທະເລປີ 1982 (UNCLOS) ເພື່ອຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ.
ພາຍຫຼັງການເຈລະຈາ, ທ່ານປະທານປະເທດ ເລືອງເກືອງ ແລະ ທ່ານປະທານາທິບໍດີ ອີຢິບ Abdel Fattah El-Sisi ໄດ້ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມືສຳຄັນຫຼາຍສະບັບ, ໃນນັ້ນມີບົດບັນທຶກຊ່ວຍຈຳລະຫວ່າງກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລະ ກະຊວງແຜນການ, ພັດທະນາເສດຖະກິດ ແລະ ການຮ່ວມມືສາກົນຂອງອີຢິບ ກ່ຽວກັບການຮ່ວມມືດ້ານເສດຖະກິດ; ບົດບັນທຶກຄວາມເຂົ້າໃຈລະຫວ່າງກະຊວງພາຍໃນຫວຽດນາມ ແລະ ກະຊວງພັດທະນາທ້ອງຖິ່ນ ອີຢິບ ກ່ຽວກັບການຮ່ວມມືໃນຂົງເຂດພັດທະນາທ້ອງຖິ່ນ.