• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມຄັ້ງທີ 1 ປີ 2022 ຄະນະຊີ້ນຳການປະຕິຮູບດ້ານຕູລາການສູນກາງ

ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຍົກອອກໜຶ່ງໃນບັນດາເນື້ອໃນຂອງກອງປະຊຸມຄັ້ງນີ້ແມ່ນປຶກສາຫາລືກ່ຽວກັບແຜນຮ່າງຍົກສູງຄຸນນະພາບການບຳລຸງສ້າງຂະແໜງກົດໝາຍລະດັບປະລິນຍາຕີ ແລະ ສານເອເລັກໂຕນິກຂອງ ຫວຽດນາມ.
  ທ່ານປະທານປະເທດ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມ (ພາບ: TTXVN)  

 ຕອນເຊົ້າວັນທີ 13 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ຫົວໜ້າຄະນະຊີ້ນຳການປະຕິຮູບດ້ານຕຸລາການສູນກາງ ໄດ້ເປັນປະທານກອງປະຊຸມຄັ້ງທີ 1 ຄະນະຊີ້ນຳປີ 2022.

ກ່າວຄຳເຫັນທີ່ພິທີໄຂກອງປະຊຸມ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຍົກອອກໜຶ່ງໃນບັນດາເນື້ອໃນຂອງກອງປະຊຸມຄັ້ງນີ້ແມ່ນປຶກສາຫາລືກ່ຽວກັບແຜນຮ່າງຍົກສູງຄຸນນະພາບການບຳລຸງສ້າງຂະແໜງກົດໝາຍລະດັບປະລິນຍາຕີ ແລະ ສານເອເລັກໂຕນິກຂອງ ຫວຽດນາມ. ກ່ຽວກັບແຜນຮ່າງຍົກສູງຄຸນນະພາບການບຳລຸງສ້າງຂະແໜງກົດໝາຍລະດັບປະລິນຍາຕີ ໄດ້ປຶກສາຫາລືຜ່ານ 2 ວາລະປະຊຸມໃນປີ 2021 ແລະ ໄດ້ຮັບຫຼາຍຄຳເຫັນ ປະກອບຢ່າງລະອຽດ:

ການບຳລຸງສ້າງຂະແໜງກົດໝາຍລະດັບປະລິນຍາຕີ ແມ່ນບັນຫາສຳຄັນທີ່ສຸດ ໃນການຍົກສູງຄຸນນະພາບຂະແໜງຕຸລາການ, ມີຫຼາຍພະແນກ, ມີຫຼາຍໂຮງຮຽນບຳລຸງສ້າງຂະແໜງກົດໝາຍລະດັບປະລິນຍາຕີແຕ່ຄຸນນະພາບຍັງຕ່ຳ, ຍ້ອນເຫດນັ້ນ ການຍົກສູງຄຸນນະພາບຂອງການບຳລຸງສ້າງຂະແໜງກົດໝາຍລະດັບປະລິນຍາຕີແມ່ນຄວາມຮຽກຮ້ອງຕ້ອງການທີ່ຮີບດ່ວນໃນປະຈຸບັນ. ໃນວິວັດການກະກຽມແຜນຮ່າງ, ຄະນະຊີ້ນຳການປະຕິຮູບຕຸລາການສູນກາງ ໄດ້ຮຽກຮ້ອງໃຫ້ຂະແໜງສຶກສາເປັນຫຼາຍຄັ້ງວ່າ ກະກຽມແຜນຮ່າງໃຫ້ມີຄຸນນະພາບ, ຂະແໜງຕຸລາການກວດແກ້ດ້ານເນື້ອໃນ, ລາຍງານທີ່ກອງປະຊຸມຄັ້ງນີ້ ເພື່ອເປັນເອກະພາບ, ຈາກນັ້ນດຳເນີນການປ່ຽນແປງໃໝ່, ຍົກສູງຄຸນນະພາບການບຳລຸງສ້າງຂະແໜງກົດໝາຍລະດັບປະລິນຍາຕີໃນໄລຍະຈະມາເຖິງ”.

ທີ່ກອງປະຊຸມ, ບັນດາສະມາຊິກຄະນະຊີ້ນຳກໍ່ປຶກສາຫາລືບາງເນື້ອໃນກ່ຽວຂ້ອງເຖິງຄະດີປະຫານຊີວິດ ແລະ ບັນດາມາດຕະການເພື່ອຜັນຂະຫຍາຍວຽກງານດັ່ງກ່າວໃຫ້ຖືກຕ້ອງຕາມລັດຖະທຳມະນູນ ແລະ ກົດໝາຍ.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top