• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ຈີນ ສີຈິ້ນຜິງ ຢ້ຽມຢາມ ເກຼັກ ເພື່ອຊຸກຍູ້ການພົວພັນຮ່ວມມື

      ວັນທີ 10 ພະຈິກ, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ໄປຮອດນະຄອນຫລວງ Athens ປະເທດ ເກຼັກ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດໃນເວລາ 3 ວັນ ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືກັບ ເກຼັກ ໃນທຸກຂົງເຂດຢ່າງເລີກເຊິ່ງກ່ວາອີກ. ນີ້ແມ່ນການຢ້ຽມຢາມ ເກຼັກ ຄັ້ງທຳອິດຂອງການນຳສູງສຸດ ຈີນ ໃນຮອບເວລາ 11 ປີຜ່ານມາ.

ປະທານປະເທດ ຈີນ ສີຈິ້ນຜິງ ຢ້ຽມຢາມ ເກຼັກ ເພື່ອຊຸກຍູ້ການພົວພັນຮ່ວມມື (ພາບ: THX/TTXVN)
              ຄາດວ່າ ທ່ານປະທານປະເທດ ຈີນ ສີຈິ້ນຜິງ ຈະມີການພົບປະກັບທ່ານປະທານາທິບໍດີ ເກຼັກ Prokopis Pavlopoulos ແລະ ທ່ານນາຍົກລັດຖະມົນຕີ ເກຼັກ Kyriakos Mitsotakis. ໃນຂອບເຂດການຢ້ຽມຢາມ, 2 ຝ່າຍຈະເຊັນບັນດາເອກະສານຮ່ວມມືໃນຂົງເຂດການສຶກສາ, ການຂົນສົ່ງທາງທະເລ ແລະ ພະລັງງານ. ການຢ້ຽມຢາມ ເກຼັກ ຂອງທ່ານປະທານປະເທດ ຈີນ ສີຈິ້ນຜິງ ຖືກດຳເນີນໄປພາຍຫລັງການຢ້ຽມຢາມ ຊຽງໄຮ ເປັນເວລາ 4 ວັນຂອງທ່ານນາຍົກລັດຖະມົນຕີ ເກຼັກ Kyriakos Mitsotakis ພ້ອມດ້ວຍຄະນະຜູ້ແທນວິສາຫະກິດ ເກຼັກ ກ່ວາ 60 ຄົນໃນອາທິດກ່ອນ.
 (ແຫຼ່ງຄັດຈາກ VOV)
 
 

ລາຍ​ການ​ສະ​ແດງ​ສິ​ລະ​ປະການ​ເມືອງ ແສງ​ແດດ​ບາ​ດິ່ງ

ລາຍ​ການ​ສະ​ແດງ​ສິ​ລະ​ປະການ​ເມືອງ “ແສງ​ແດດ​ບາ​ດິ່ງ”

“ແສງ​ແດດ​ບາ​ດິ່ງ” ສ້າງ​ຂຶ້ນ​ຜ່ານ​​ສິ​ລະ​ປະໄດ້​ວາດ​ພາບ​ຂະ​ບວນ​ການ​ນັບ​ແຕ່​ວັນ​ທີ່ປະ​ທານ​ໂຮ່​ຈີ​ມິນ​ກັບ​ເມືອ​ປະ​ເທດ​ຊີ້​ນຳ​ການ​ປະ​ຕິ​ວັດ ຫວຽດ​ນາມ​ໂດຍ​ກົງ​ເມື່ອ​ປີ 1941 ຕະຫຼອດ​ຮອດ​ລະ​ດູ​ໄບ​ໄ​ມ້ຫຼົ່ນ​ປະ​ຫວັດ​ສາດ​ເມື່ອ​ປີ 1945, ສາ​ຖະ​ປະ​ນາ​ປະ​ເທດ​ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ຫວຽດ​ນາມ

Top