• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ສົ່ງຈົດໝາຍຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11 ຂອງ ພັກປະຊາຊົນປະຕິວັດລາວ

      ເນື່ອງໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11 ຂອງ ພັກປະຊາຊົນປະຕິວັດລາວໄດ້ສິ້ນສຸດລົງຢ່າງປະສົບຜົນສຳເລັດທີ່ດີງາມ,ຫວ່າງແລ້ວນີ້, ທ່ານ ເຈີນແທງເໝີ້ນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ສົ່ງຈົດໝາຍຊົມເຊີຍເຖິງສູນກາງແນວລາວສ້າງຊາດ
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11 ຂອງ ພັກປະຊາຊົນປະຕິວັດລາວໄດ້ສິ້ນສຸດລົງດ້ວຍຜົນສຳເລັດທີ່ດີງາມ
      ເນື້ອໃນຂອງຈົດໝາຍມີຕອນຂຽນວ່າ : ພວກຂ້າພະເຈົ້າມີຄວາມພາກພູມໃຈເປັນຢ່າງຍິ່ງ ຕໍ່ໜ້າຜົນງານທີ່ຍິ່ງໃຫຍ່ ຮອບດ້ານ, ມີຄວາມໝາຍປະຫວັດສາດ ຊຶ່ງປະຊາຊົນລາວອ້າຍນ້ອງຍາດມາໄດ້, ເຮັດໃຫ້ທ່ວງທ່າ ແລະ ກຳລັງຂອງການປະຕິວັດລາວ ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງດ ອິດທິພົນຊື່ສຽງ ແລະ ທີ່ຕັ້ງບົດບາດຂອງລາວ ນັບມື້ນັບຖືກຍົກສູງຂຶ້ນໃນເວທີສາກົນ. ພວກຂ້າພະເຈົ້າເຊື້ອໝັ້ນວ່າ ໂດຍພາຍໃຕ້ການນຳພາຂອງກົມການເມືອງ,   ຄະນະບໍລິຫານງານສູນກາງ ພັກປະຊາຊົນປະຕິວັດລາວຊຸດໃໝ່, ປະຊາຊົນລາວອ້າຍນ້ອງຈະຍາດໄດ້ບັນດາຜົນງານອັນໃຫຍ່ຫຼວງກ່ວາເກົ່າໃນກິດຈະການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ປະຕິບັດບັນດາເປົ້າໝາຍ, ໜ້າທີ່ການເມືອງ ຊຶ່ງມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11 ຂອງ ພັກປະຊາຊົນປະຕິວັດລາວ ໄດ້ວາງອອກຢ່າງມີໄຊ.
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top