• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈິ່ນແທັງເໝີນ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປ.ຈີນ

      ສອງຝ່າຍໄດ້ສະແດງຄວາມປິຕິຊົມຊື່ນ ຕໍ່ໜ້າບັນດາການພັດທະນາທີ່ຕັ້ງໜ້າໃນການພົວພັນ ຫວຽດນາມ - ຈີນ ໄລຍະຜ່ານມາ

ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈິ່ນແທັງເໝີນ ແລະ ທ່ານຄະນະກຳມະການ ຜູ້ປະຈຳການກົມການເມືອງ, ປະທານສະພາປືກສາການເມືອງປະຊາຊົນແຫ່ງຊາດຈີນ ຢູເຈີ້ງເຊີ່ງ (ພາບ: vov.vn)
      ໂດຍຮັບຄຳເຊື້ອເຊີນຂອງ ທ່ານຄະນະກຳມະການ ຜູ້ປະຈຳການກົມການເມືອງ, ປະທານສະພາປືກສາການເມືອງປະຊາຊົນແຫ່ງຊາດຈີນ ຢູເຈີ້ງເຊີ່ງ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈິ່ນແທັງເໝີນ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປ.ຈີນ ແຕ່ວັນທີ 25-30 ພະຈິກ 2018. ໃນຂອບເຂດການຢ້ຽມຢາມຄັ້ງນີ້, ໃນວັນທີ 26 ພະຈິກ, ທ່ານປະທານຄະນະກຳມະກາງສູນການແນວໂຮມປະເທດຊາດ ຫວຽດນາມ ເຈິ່ນແທັງເໝີນ ໄດ້ເຂົ້າຢ້ຽມຢາມສຳນັກງານສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ ຢູ່ນະຄອນປັກກິ່ງ. ທີ່ການຕ້ອນຮັບ, ສອງຝ່າຍໄດ້ສະແດງຄວາມປິຕິຊົມຊື່ນ ຕໍ່ໜ້າບັນດາການພັດທະນາທີ່ຕັ້ງໜ້າໃນການພົວພັນ ຫວຽດນາມ - ຈີນ ໄລຍະຜ່ານມາ, ໃນນັ້ນ ມີການເພີ່ມທະວີການແລກປ່ຽນ ລະຫວ່າງ ບັນດາອົງການ, ຂະແໜງການ, ພົບປະແລກປ່ຽນ ລະຫວ່າງ ສະພາທີ່ປຶກສາການເມືອງປະຊາຊົນແຫ່ງຊາດຈີນ ແລະ ສະພາທີ່ປຶກສາການເມືອງປະຊາຊົນ ນະຄອນປັກກິ່ງ ກັບແນວໂຮມປະເທດຊາດ ຫວຽດນາມ ແລະ ແນວໂຮມປະເທດຊາດ ນະຄອນຮ່າໂນ້ຍ. ກ່ອນໜ້ານັ້ນ, ທ່ານ ເຈິ່ນແທັງເໝີນ ໄດ້ມີການພົບປະໂອ້ລົມກັບ ສະມາຄົມຊາວ ຫວຽດນາມ ທີ່ດໍາລົງຊີວິດຢູ່ຈີນ ທີ່ສະຖານທູດ ຫວຽດນາມ ປະຈຳ ສປ.ຈີນ.
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top