• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຕິຮູບເພື່ອຍາດແຍ່ງບັນດາກາລະໂອກາດຈາກສັນຍາ EVFTA

      ສັນຍາການຄ້າເສລີ (EVFTA) ລະຫວ່າງ ຫວຽດນາມ ແລະ ສະຫະພາບເອີຣົບ (ອີຢູ) ໄດ້ມີຜົນສັກສິດຢ່າງເປັນທາງການນັບແຕ່ວັນທີ 01 ສິງຫາ 2020. ເຫດການດັ່ງກ່າວ ປຽບເໝືອນເສັ້ນທາງການຄ້າຄວາມໄວສູງ ລະຫວ່າງ ຫວຽດນາມ ແລະ ສະຫະພາບເອີຣົບ ໄດ້ນໍາເຂົ້າເຄື່ອນໄຫວຢ່າງເປັນທາງການດ້ວຍ 99% ຈໍານວນປະເພດພາສີອາກອນ ຈະໄດ້ຮັບການຍົກເລີກໃຫ້ທັງສອງຝ່າຍຕາມຂັ້ນຕອນ. ເຖິງຢ່າງໃດກໍຕາມ, ເພື່ອໝູນໃຊ້ໄດ້ບັນດາໂອກາດຈາກສັນຍາ EVFTA , ຜູ້ຕາງໜ້າຂອງບັນດາສະຫະສະມາຄົມວິສາຫະກິດ ແລະ ນັກຊ່ຽວຊານເສດຖະກິດຖືວ່າ ຫວຽດນາມ ຕ້ອງປະຕິຮູບລະບອບລະບຽບການຢ່າງແຮງ ແລະ ພ້ອມກັນນັ້ນກໍ່ແມ່ນວິສາຫະກິດຕ້ອງມີຄວາມເປັນເຈົ້າການ.
        ຕາມການຄົ້ນຄວ້າຂອງກະຊວງແຜນການ ແລະ ການລົງທຶນ (ຈຸດເວລາກ່ອນເກີດໂລກລະບາດໂຄວິດ - 19) ໄດ້ສະແດງໃຫ້ເຫັນວ່າ, ໃນ 05 ປີທໍາອິດທີ່ປະຕິບັດ, ສັນຍາ EVFTA ສາມາດຊ່ວຍພື້ນຖານເສດຖະກິດເພີ່ມຂຶ້ນປະມານແຕ່ 2,18 – 3,25%, ໝາຍຄວາມວ່າແມ່ນປະມານ 0,5% GDP ຕໍ່ປີ. ນີ້ແມ່ນຜົນກະທົບຢ່າງໃຫຍ່ຫຼວງ ເມື່ອທຽບໃສ່ບັນດາສັນຍາ FTA ກ່ອນໜ້ານັ້ນ ເຊິ່ງຫວຽດນາມ ໄດ້ເຂົ້າຮ່ວມ. ສ່ວນຕາມການຄົ້ນຄວ້າຂອງທະນາຄານໂລກແລ້ວ (WB) ມີຊາວຫວຽດນາມປະມານ 800.000 ຄົນສາມາດຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ຢ່າງວ່ອງໄວກວ່າ ຍ້ອນສັນຍາ EVFTA ມີຜົນສັກສິດ.
        ປະຕິຮູບລະບອບລະບຽບການ
        ສັນຍາ EVFTA ແມ່ນກໍາລັງໜູນເພື່ອໃຫ້ອົງການຄຸ້ມຄອງລັດຕະຫຼອດຮອດວິສາຫະກິດ ພ້ອມກັນປະຕິຮູບຢ່າງແຮງ ເພື່ອແນໃສ່ໝູນໃຊ້ຜົນປະໂຫຍດເຊິ່ງ ສັນຍາສະບັບດັ່ງກ່າວນໍາມາໃຫ້ໄດ້ຢ່າງສຸດຂີດ. ສໍາລັບອົງການຄຸ້ມຄອງ, ນັກຊ່ຽວຊານຫຼາຍທ່ານໄດ້ສະເໜີຕໍ່ລັດຖະບານ ຍູ້ໄວວິວັດທະນາການປະຕິຮູບບັນດາລະບຽບການບໍລິຫານ, ພ້ອມກັນນັ້ນແມ່ນຊີ້ນໍາການສໍາຫຼວດກວດຄືນ, ສ້າງລະບອບລະບຽບການ, ນະໂຍບາຍໃຫ້ສົມບູນແບບ. ຕາມທ່ານປະລິນຍາເອກ ຫວູຕ໊ຽນລົກ, ປະທານຫ້ອງການການຄ້າ ແລະ ອຸດສາຫະກໍາ ຫວຽດນາມ ແລ້ວ, ປັດໄຈຕັດສິນຊີ້ຂາດແມ່ນຢູ່ນໍາຄວາມຕັດສິນໃຈປະຕິຮູບລະບອບລະບຽບການເພື່ອເປັນເຈົ້າການໃນການປະຕິບັດສັນຍາ EVFTA ຢ່າງມີປະສິດທິຜົນ.
        “ຂ້າພະເຈົ້າຄິດວ່າ ປັດໄຈຕັດສິນຜົນສໍາເລັດເມື່ອເຂົ້າຮ່ວມສັນຍາ EVFTA ເວົ້າສະເພາະ ຫຼື ການເຊື່ອມໂຍງເຂົ້າກັບສາກົນເວົ້າລວມນັ້ນ ແມ່ນຢູ່ນໍາການປ່ຽນແປງໃໝ່ລະບອບລະບຽບການພາຍໃນປະເທດ. ມີພຽງແຕ່ການປ່ຽນແປງໃໝ່ລະບອບລະບຽບການຢ່າງແຮງກວ່າອີກ ເພື່ອຊ່ວຍຍົກສູງກໍາລັງຄວາມສາມາດແກ້ງແຍ້ງຂອງພື້ນຖານເສດຖະກິດ ແລະ ບັນດາວິສາຫະກິດ ຈຶ່ງຈະສ້າງທ່າແຮງແກ້ງແຍ້ງໃນເວທີການຄ້າທົ່ວໂລກ. ໃນຂະບວນວິວັດດັ່ງກ່າວ, ການປະຕິຮູບລະບອບລະບຽບການແມ່ນຄໍາຮຽກຮ້ອງຕ້ອງການສໍາຄັນທີ່ສຸດ. ຖ້າຫາກຄຸນນະພາບຂອງລະບອບລະບຽບການບໍ່ສູງ ແມ່ນພວກເຮົາ ຈະຢຸດຢູ່ພຽງແຕ່ຂອດຜະລິດສິ້ນສ່ວນ, ຕິດຕັ້ງ ເທົ່ານັ້ນ ແລະ ສ່ວນຫຼາຍແມ່ນອີງໃສ່ແຫຼ່ງວັດຖຸດິບນໍາເຂົ້າ, ມີມູນຄ່າເພີ່ມບໍ່ສູງ”.

ວິສາຫະກິດຫວຽດນາມ ຍາດແຍ່ງກາລະໂອກາດຈາກສັນຍາ EVFTA ນັບແຕ່ວັນທີ 01 ສິງຫາ 2020
      ທ່ານປະລິນຍາເອກ ດັ້ງກິມເຊີນ, ອະດີດຫົວໜ້າສະຖາບັນລະບອບລະບຽບການ ແລະການຕະຫຼາດກະສິກໍາ ຖືວ່າ ຕ້ອງມີບັນດາຂໍ້ກໍານົດເພື່ອສ້າງຕັ້ງລະບົບເຊື່ອມຕໍ່ບັນລຸມາດຕະຖານ ນັບແຕ່ຜະລິດຕະພັນ ຕະຫຼອດຮອດຕະຫຼາດ, ຊ່ວຍໃຫ້ສິນຄ້າຫວຽດ ມີຈຸດຢຶນທີ່ໝັ້ນຄົງໃນຕະຫຼາດຕົນເອງ. ທ່ານ ຖືວ່າ:
        ຮອດຈຸດເວລາແລ້ວທີ່ພວກເຮົາຕ້ອງສ້າງຄືນໃໝ່ທັງໝົດ ຫຼືຢ່າງໜ້ອຍແມ່ນບັນດາປະເພດສິນຄ້າຍຸດທະສາດຂອງພວກເຮົາ, ບັນດາປະເພດສິນຄ້າທີ່ມີມູນຄ່າເປັນນັບຕື້ USD, ພວກເຮົາຕ້ອງສ້າງບັນດາລະບົບມູນຄ່າ...”; ສໍາເລັດຫຼືປະລາໄຊຂອງພວກເຮົາແມ່ນບັນຫາລະບອບລະບຽບການ, ພວກເຮົາສາມາດຜ່ານຜ່າລະບອບລະບຽບການໄດ້ຫຼືບໍ, ສ້າງບັນດາສະຫະສະມາຄົມ, ສະຫະກອນທີ່ມີຄວາມເຂັ້ມແຂງໄດ້ຫຼືບໍ, ສ້າງລະບົບມູນຄ່າເຂັ້ມແຂງໄດ້ຫຼືບໍນັ້ນ ແມ່ນປັດໄຈຕັດສິນໄຊຊະນະຂອງພວກເຮົາໃນການຍາດແຍ່ງກາລະໂອກາດນີ້”.
        ວິສາຫະກິດຕ້ອງເປັນເຈົ້າການ
        ສໍາລັບວິສາຫະກິດ ຕ້ອງຖືສັນຍາ EVFTA ແມ່ນການເລີ່ມຕົ້ນໄລຍະທາງດໍາເນີນທຸລະກິດໃນສະພາບການໃໝ່, ຖືກໍາລັງດັນໃນການແກ້ງແຍ້ງເປັນກໍາລັງໜູນ ເພື່ອປ່ຽນແປງໃໝ່ ແລະ ພັດທະນາ. ພ້ອມກັນນັ້ນ, ຕ້ອງເປັນເຈົ້າການຊອກຫາທິດທາງການຮ່ວມມືກັບບັນດາຕະຫຼາດຄູ່ຮ່ວມມືຂອງສັນຍາ ເພື່ອດຶງດູດການລົງທຶນໂດຍກົງເຂົ້າ ຫວຽດນາມ ຢ່າງແຮງ ແນໃສ່ນໍາໃຊ້ແຫຼ່ງທຶນ ແລະ ຖ່າຍທອດເຕັກໂນໂລຢີຈາກບັນດາກຸ່ມບໍລິສັດໃຫຍ່ຢ່າງມີປະສິດທິຜົນ. ນັກຊ່ຽວຊານເສດຖະກິດ, ທ່ານປະລິນຍາເອກ ເລຢຸຍບິ່ງ ຖືວ່າ:
        “ເມື່ອເຂົ້າຮ່ວມສັນຍາ EVFTA, ພວກເຮົາຕ້ອງປະຕິບັດບັນດາຂໍ້ກໍານົດກ່ຽວກັບມາດຕະຖານ, ຄຸນນະພາບ, ສິ່ງແວດລ້ອມ ແມ່ນສູງກວ່າຫຼາຍ ເມື່ອທຽບໃສ່ບັນດາສັນຍາການຄ້າເສລີ (FTA) ເຊິ່ງຫວຽດນາມ ໄດ້ເຂົ້າຮ່ວມກ່ອນໜ້ານີ້, ພິເສດແມ່ນບັນດາບັນຫາຄື ຫຼັກການຕົ້ນກໍາເນີດ, ຍີ່ຫໍ້, ກໍານົດກ່ຽວກັບສິ່ງແວດລ້ອມ... ດັ່ງນັ້ນ, ຕ້ອງກໍາແໜ້ນບັນດາຂໍ້ກໍານົດນີ້ ເພື່ອອາດຫຼີກລ້ຽງຄວາມສ່ຽງຕ່າງໆໄດ້.”
        ນັກຊ່ຽວຊານເສດຖະກິດ, ທ່ານປະລິນຍາເອກ ເລດັງແຢວງ ເນັ້ນໜັກວ່າ:
        ຂ້າພະເຈົ້າຄິດວ່ານີ້ແມ່ນໂອກາດ ເຊິ່ງບັນດາສະຫະສະມາຄົມຂອງພວກເຮົາຕ້ອງນັ່ງປຶກສາຫາລືນໍາກັນ ແລະ ສົມທົບກັບບັນດາທະນາຄານ, ວິສາຫະກິດ ເພື່ອເພີ່ມມູນຄ່າເພີ່ມຂອງບັນດາວິສາະກິດຫວຽດນາມຂຶ້ນ”.
        ສໍາລັບພື້ນຖານເສດຖະກິດທີ່ມີຂອບຂະໜາດນ້ອຍພໍສົມຄວນຄືຫວຽດນາມ, ຢາກພັດທະນາປະເທດ ແມ່ນບໍ່ພຽງແຕ່ອີງໃສ່ກໍາລັງພາຍໃນເທົ່ານັ້ນ ຫາກຍັງຕ້ອງຍາດແຍ່ງບັນດາກາລະໂອກາດທາງການຄ້າ ແລະ ການລົງທຶນຢູ່ລະດັບພາກພື້ນ ແລະ ສາກົນຢ່າງມີປະສິດທິຜົນອີກດ້ວຍ. ເລື່ອງຫວຽດນາມ ຍອມຮັບ ເພີ່ມລະດັບຄວາມໄວປະຕິບັດບັນດາແຜນການປະຕິຮູບລະບອບລະບຽບການ, ສ້າງສະພາບແວດລ້ອມແຫ່ງການລົງທຶນ - ດໍາເນີນທຸລະກິດບັນລຸມາດຕະຖານຂອງທໍານຽມສາກົນ ກໍຄືເລື່ອງວິສາຫະກິດກຽມພ້ອມປ່ຽນແປງໃໝ່ ເພື່ອພັດທະນານັ້ນ ຈະຊ່ວຍ ຫວຽດນາມ ຊົມໃຊ້ສັນຍາການຄ້າ, ການລົງທຶນ ຫວຽດນາມ -  ອີຢູ ຢ່າງມີປະສິດທິຜົນທີ່ສຸດ./.
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top