• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຕິບັດການແຍກຫ່າງສັງຄົມຕື່ມອີກ 1 ເດືອນ, ນະຄອນ ໂຮ່ຈີມິນ ລະດົມກຳລັງແຮງທົ່ວປວງຊົນທັງຊາດປ້ອງກັນ, ຕ້ານໂລກລະບາດ

      ຕອນເຊົ້າວັນທີ 15 ສິງຫາ, ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີ “ປຸກລະດົມກຳລັງແຮງທົ່ວປວງຊົນທັງຊາດປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ເປີດຕົວສູນຮັບ ແລະ ໜູນຊ່ວຍສິນຄ້າຈຳເປັນຮັບໃຊ້ປະຊາຊົນຜູ້ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ - 19.
ພິທີເປີດຕົວສູນຮັບ ແລະ ໜູນຊ່ວຍສິນຄ້າຈຳເປັນຮັບໃຊ້ປະຊາຊົນຜູ້ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ - 19 (ພາບ:VOV)
      ກ່າວຄຳເຫັນທີ່ພິທີ, ທ່ານຮອງເລຂາຜູ້ປະຈຳການຄະນະພັກນະຄອນ ໂຮ່ຈີມິນ ຟານວັນມາຍ ໃຫ້ຮູ້ວ່າ: ໃນໄລຍະເວລາ 80 ວັນທີ່ນະຄອນ ໂຮ່ຈີມິນ ກວດພົບການແຜ່ລະບາດໂລກລະບາດໃນຊຸມຊົນ, ທັງລະບົບການເມືອງ ແລະ ປະຊາຊົນນະຄອນ ໄດ້ຮ່ວມແຮງຮ່ວມໃຈ, ອົງອາດກ້າແກ່ນຕໍ່ສູ້. ໃນຕະຫຼອດໄລຍະປະຕິບັດການແຍກຫ່າງສັງຄົມ, ໂດຍສະເພາະແມ່ນໃນ 5 ອາທິດທີ່ເພີ່ມທະວີບັນດາມາດຕະການປ້ອງກັນຕາມຄຳສັ່ງເລກທີ 16 ຂອງນາຍົກລັດຖະມົນຕີ ແມ່ນຊຸມວັນທີ່ຫຍຸ້ງຍາກລຳບາກສຳລັບລະບົບການເມືອງ ແລະ ປະຊາຊົນນະຄອນ. ໃນໄລຍະຈະມາເຖິງ, ນະຄອນ ໂຮ່ຈີມິນ ຈະແກ່ຍາວການແຍກຫ່າງສັງຄົມຕື່ມອີກ 1 ເດືອນ ເພື່ອສຸມໃສ່ຄວບຄຸມແຫຼ່ງແຜ່ເຊື້ອ, ນຳນະຄອນກັບຄືນສູ່ສະພາບປົກກະຕິໃໝ່ເທື່ອລະກ້າວ.
        ເນື່ອງໃນໂອກາດນີ້, ມີຫຼາຍວິສາຫະກິດ, ອົງການຈັດຕັ້ງຕ່າງ ໄດ້ໃຫ້ການຊ່ວຍເຫຼືອສິນຄ້າ, ເຄື່ອງບັນເທົ່າທຸກທີ່ຈຳເປັນເປັນຈຳນວນຫຼວງຫຼາຍ ລວມມູນຄ່ານັບຮ້ອຍຕື້ດົ່ງ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top