• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຊາຊົນ​ນະຄອນ ຮ່າ​ໂນ້ຍ ຈົ່ງ​ອຸ່ນ​ອ່ຽນ​, ທຸຸ່ນ​ທ່ຽງ ​ແລະ ​ເຊື່່ອໝັ້ນຕໍ່​ບັນດາ​ມາດ​ຕະການ​ປ້ອງ​ກັນ ​ແລະ ສະກັດ​ກັ້ນ​ໂລກລະບາດ​ໂຄ​ວິດ - 19

ນະຄອນຮ່າໂນ້ຍຕ້ອງເປັນເຈົ້າການໃນການຄົ້ນພົບກໍລະນີຕິດເຊື້ອ ແລະຈັດຕັ້ງການແຍກຕົວໃຫ້ໄດ້ຢ່າງທັນການ; ຮຽກຮ້ອງໃຫ້ບັນດາໜ່ວຍງານຕ່າງໆຈົ່ງຍູ້ໄວວຽກງານເກັບເອົາຕົວຢ່າງມາວິໄຈ...

ທ່ານ ຫງວຽນດຶກຈູງ, ປະທານຄະນະກໍາມະການປະຊາຊົນນະຄອນ ຮ່າໂນ້ຍ (ພາບ: hanoimoi.com.vn)

ກ່າວຄໍາເຫັນທີ່ກອງປະຊຸມປ້ອງກັນ ແລະສະກັດກັ້ນໂລກລະບາດໂຄວິດ - 19 ຂອງນະຄອນຮ່າໂນ້ຍທີ່ຈັດຂຶ້ນໃນຕອນບ່າຍວັນທີ 27 ມີນາ, ທ່ານຫງວຽນດຶກຈູງ, ປະທານຄະນະກໍາມະການປະຊາຊົນນະຄອນຮ່າໂນ້ຍ ເນັ້ນໜັກວ່າ ນະຄອນຮ່າໂນ້ຍຕ້ອງເປັນເຈົ້າການໃນການຄົ້ນພົບກໍລະນີຕິດເຊື້ອ ແລະຈັດຕັ້ງການແຍກຕົວໃຫ້ໄດ້ຢ່າງທັນການ; ຮຽກຮ້ອງໃຫ້ບັນດາໜ່ວຍງານຕ່າງໆຈົ່ງຍູ້ໄວວຽກງານເກັບເອົາຕົວຢ່າງມາວິໄຈ; ການນໍາເມືອງ, ຕາແສງຕ່າງໆກຽມພ້ອມປະຕິບັດໜ້າທີ່ເມື່ອມີຄວາມຮຽກຮ້ອງຕ້ອງການ. ພ້ອມທັງສະເໜີໃຫ້ປະຊາຊົນນະຄອນຈົ່ງມີຄວາມອຸ່ນອ່ຽນ, ທຸ່ນທ່ຽງ ແລະສືບຕໍ່ເຊື້ອໝັ້ນຕໍ່ບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ເຊິ່ງລັດຖະບານ ແລະນະຄອນກໍາລັງຜັນຂະຫຍາຍ.

“ໃນສອງອາທິດຈະມາເຖິງຈະແມ່ນຈຸດເວລາຍອດສູງດັ່ງນັ້ນພວກເຮົາຕ້ອງປະຕິບັດຢ່າງຂ້ຽວຂາດກວ່າອີກຈິ່ງສາມາດຕອບສະໜອງໄດ້ວຽກງານປ້ອງກັນ ແລະສະກັດກັ້ນໂລກລະບາດ.  ເມື່ອໄດ້ຮັບການສະໜັບສະໜູນ ແລະມີຄວາມເຫັນດີເຫັນພ້ອມຈາກປະຊາຊົນ ແນ່ນອນວ່າພວກເຮົາຈະຫຼຸດຜ່ອນ ແລະສະກັດກັ້ນໄດ້ການແຜ່ລະບາດໃນວົງຄະນະຍາດ”.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ທີ່​ການ​ເຈ​ລະ​ຈາ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ​ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ດຽວ​ກັນ, ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເຮັດ​ໃຫ້​ເນື້ອ​ໃນ ຫຸ​້ນ​ສ່ວນ​ຍຸດ​ທະ​ສາດ​ເລິກ​ເຊິ່ງກວ່າ​ອີກ, ສຸມ​ໃສ່​ຫັນ​ເປັນ​ລະ​ອຽດ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ​ມີ​ປ​ະ​ສິດ​ທິ​ຜົນ​ກວ່າ

Top