ຂ່າວສານ
ປະຊາຊົນທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຝາກຝັງຄວາມເຊື່ອໝັ້ນຕໍ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ
ເພື່ອມຸ່ງໄປເຖິງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ທີ່ພວມດຳເນີນໄປ, ພະນັກງານ, ສະມາຊິກພັກ ແລະ ປະຊາຊົນນະຄອນ ເກິນເທີ ໄດ້ຝາກຝັງຄວາມເຊື່ອໝັ້ນຕໍ່ກອງປະຊຸມໃຫຍ່ ຈະມີບັນດານະໂຍບາຍຊີ້ຂາດທີ່ມີລັກສະນະຍຸດທະສາດ ເພື່ອໃຫ້ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ບຸກທະລຸຢ່າງແຮງ, ພັດທະນາແບບຍືນຍົງໃນໄລຍະຈະມາເຖິງ.
ໃນສະໄໝຜ່ານມາ, ພັກ ແລະ ລັດ ໄດ້ສະຫງວນແຫຼ່ງກຳລັງຢ່າງໃຫຍ່ຫຼວງພິເສດ, ດ້ວຍຍອດຈຳນວນເງິນກວ່າ 22,8 ຕື້ USD ເພື່ອລົງທຶນພື້ນຖານໂຄງລ່າງຄົມມະນາຄົມໃຫ້ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ສ້າງຄວາມສະດວກໃຫ້ແກ່ການໄປມາ, ແລກປ່ຽນການຄ້າ.
ທ່ານ ຫງວຽນວັນຕວັນ ແລະ ທ່ານ ຫງວຽນກວາງຖາວ, ຊາວນະຄອນ ເກິນທີ ຖືວ່າ:
“ພັດທະນາດ້ານຄົມມະນາຄົມ, ໂຮງຮຽນ, ສຸກສາລາ ເພື່ອຮັບປະກັນການດຳລົງຊີວິດຂອງປະຊາຊົນໃຫ້ດີກວ່າ, ນີ້ແມ່ນສິ່ງທີ່ພວກຂ້າພະເຈົ້າລໍຄອຍ. ຕ້ອງເອົາໃຈໃສ່ຫຼາຍກວ່າອີກ ເພື່ອເຮັດແນວໃຫ້ໃດໃຫ້ບັນຫາຂົວ, ທາງ, ໂຮງຮຽນ, ສຸກສາລາຕ້ອງຮັບປະກັນເພື່ອພັດທະນາເສດຖະກິດເວົ້າລວມ, ຮັບປະກັນການດຳລົງຊີວິດຂອງປະຊາຊົນໃຫ້ດີງາມກວ່າ”.
“ຕ້ອງເອົາໃຈໃສ່ລົງທຶນດ້ານພື້ນຖານໂຄງລ່າງຄົມມະນາຄົມຢ່າງຄົບຊຸດ, ລຸລ່ວງດ້ານຄົມມະນາຄົມ ໃນນັ້ນມີທາງບົກ, ທາງນ້ຳ, ນັບທັງທາງການບິນ. ບັນຫາທີ 2 ແມ່ນພວກເຮົາຕ້ອງເອົາໃຈໃສ່ເຖິງການລົງທຶນ ຕິດພັນກັບການສຶກສາ ແລະ ບຳລຸງສ້າງ. ບັນຫາທີ 3 ແມ່ນດ້ານສາທາລະນະສຸກ, ການເບິ່ງແຍງດູແລ, ປິ່ນປົວພະຍາດໃຫ້ປະຊາຊົນ ກໍ່ມີຄວາມສຳຄັນຍິ່ງ”.








