• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຊາຊົນ ສປປ.ເກົາຫຼີ ຕັ້ງຄວາມຫວັງສູງຕໍ່ກອງປະຊຸມສຸດຍອດລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ຄັ້ງທີ 2

ບັນດາພາຫະນະສື່ມວນຊົນແຫ່ງລັດຂອງ ສປປ.ເກົາຫຼີ ລ້ວນແຕ່ໃຫ້ຂ່າວກ່ຽວກັບເລື່ອງ ປະຊາຊົນປະເທດນີ້ ຕັ້ງຄວາມຫວັງສູງຕໍ່ກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນຳ ສປປ.ເກົາຫຼີ Kim Jong-un ທີ່ດຳເນີນຢູ່ ຮ່າໂນ້ຍ.

ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນຳ ສປປ.ເກົາຫຼີ Kim Jong-un 

ໜັງສືພິມ Rodong Sinmun, ສຽງຂອງພັກແຮງງານ ສປປ.ເກົາຫຼີ, ໃນຊຸມມື້ຜ່ານມາ ໄດ້ຄັດສະເໜີບັນດາບົດຂຽນຢ່າງຕໍ່ເນື່ອງ ເວົ້າເຖິງຄວາມຄາດຫວັງຂອງປະຊາຊົນໃນທົ່ວປະເທດ ສປປ.ເກົາຫຼີ, ມຸ່ງໄປສູ່ກອງປະຊຸມສຸດຍອດລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ຢູ່ ຮ່າໂນ້ຍ, ດ້ວຍຄວາມຫວັງວ່າ ເຫດການດັ່ງກ່າວມີລັກສະນະບາດລ້ຽວນີ້ ຈະດຳເນີນໄປຢ່າງດີງາມ.

        ສ່ວນສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA), ວັນທີ 28 ກຸມພາ ໃຫ້ຂ່າວວ່າ: ການນຳ ສປປ.ເກົາຫຼີ Kim Jong-un ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ມີການປຶກສາຫາລືຢ່າງເລິກເຊິ່ງກ້ວາງຂວາງໃນວັນທີ 27 ກຸມພາ ຢູ່ ຮ່າໂນ້ຍ ແນໃສ່ບັນລຸໄດ້ “ບັນດາໝາກຜົນໃຫຍ່ຫລວງ” ທີ່ກອງປະຊຸມຄັ້ງນີ້. 

(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top