• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຊາຄົມວິສາຫະກິດ ຫວຽດນາມ ເສີມຂະຫຍາຍບົດບາດປະຈັນບານໃນການພັດທະນາເສດຖະກິດສັງຄົມ ໄດ້ເປັນຢ່າງດີ

ປະຊາຄົມວິສາຫະກິດ, ນັກທຸລະກິດ ຫວຽດນາມ ຕ້ອງເສີມຂະຫຍາຍບົດບາດນຳໜ້າທາງດ້ານເສດຖະກິດສັງຄົມໃຫ້ເປັນຢ່າງດີ, ເຊື່ອມຕໍ່ຮ່ວມມືພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ ແລະ ກ້າວໄກ, ຍືນຍົງກວ່າອີກໃນເສັ້ນທາງແຫ່ງການພັດທະນາ, ນຳປະເທດຊາດພັດທະນາຢ່າງວ່ອງໄວ ແລະ ຍືນຍົງກວ່າ.

ນີ້ແມ່ນຄຳເນັ້ນໜັກຂອງທ່ານ ເຈິ່ນຕ໊ວນແອັງ ຫົວໜ້າຄະນະເສດຖະກິດສູນກາງພັກກອມມູນິດ ຫວຽດນາມ ໃນພິທີມອບລາງວັນ ດາວຄຳ ຫວຽດ 2021 ທີ່ດຳເນີນໃນຕອນຄ່ຳວັນທີ 30 ມີນາ.

  ພິທີມອບລາງວັນ ດາວຄຳ ຫວຽດ 2021 ທີ່ດຳເນີນໃນຕອນຄ່ຳວັນທີ 30 ມີນາ (ພາບ: TTXVN)  

 ວິສາຫະກິດ 200 ແຫ່ງທີ່ໄດ້ຮັບລາງວັນດາວຄຳ ຫວຽດ ໃນຄັ້ງນີ້ ແມ່ນບັນດາເຄື່ອງໝາຍການຄ້າທີ່ພວມປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງປະເທດຊາດ ແລະ ຍົກສູງທີ່ຕັ້ງບົດບາດ, ພາບພົດຂອງ ຫວຽດນາມ ໃນເວທີສາກົນ. ລາຍຮັບທັງໝົດຂອງວິສາຫະກິດ 200 ແຫ່ງນີ້ແມ່ນກວ່າ 740.000 ຕື້ດົ່ງ, ປະກອບເຂົ້າງົບປະມານກວ່າ 40.000 ຕື້ດົ່ງ ແລະ ສ້າງວຽກເຮັດງານທຳໃຫ້ແກ່ຊາວຜູ້ອອກແຮງງານກວ່າ 450.000 ຄົນ. ກ່າວຄຳເຫັນທີ່ພິທີ, ທ່ານ ເຈິ່ນຕວ໊ນແອັງ ຫົວໜ້າຄະນະເສດຖະກິດສູນກາງ ສະເໜີວ່າ:

    ປະຊາຄົມວິສາຫະກິດ, ນັກທຸລະກິດ ຫວຽດນາມ, ໃນນັ້ນມີນັກທຸລະກິດໜຸ່ມ ຫວຽດນາມ ແລະ ວິສາຫະກິດ ດາວຄຳ ຫວຽດ ຈະເສີມຂະຫຍາຍບົດບາດນຳໜ້າ ໃນການພັດທະນາເສດຖະກິດ - ສັງຄົມໃຫ້ເປັນຢ່າງດີ; ລົງທຶນປ່ຽນແປງໃໝ່ເຕັກໂນໂລຢີແກ້ໄຂວຽກເຮັດງານທຳ, ຍົກສູງລາຍຮັບໃຫ້ແກ່ຜູ້ອອກແຮງງານ, ສ້າງລະບົບຊີວະພາບ startup ປ່ຽນແປງໃໝ່, ປະດິດຄິດສ້າງ, ປະກອບສ່ວນເຂົ້າໃນງົບປະມານແຫ່ງລັດ, ເພື່ອພັດທະນາປະເທດຢ່າງວ່ອງໄວ ແລະ ຍືນຍົງກວ່າ”.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top