• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດຕ້ອບຮັບບຸນເຕັດປີກຸນ 2019

ຕອນຄ່ຳວັນທີ 3 ກຸມພາ, ສະຖານທູດຫວຽດນາມ ປະຈຳ ລັດເຊຍ ໄດ້ຈັດຕັ້ງລາຍການສົ່ງທ້າຍປີເກົ່າຕ້ອນຮັບປີໃຫມ່ ໃຫ້ແກ່ປະຊາຄົມຊາວຫວຽດນາມອາໄສຢູ່ ລັດເຊຍ. 

ສະຖານທູດຫວຽດນາມ ປະຈຳລັດເຊຍ ຈັດລາຍການຕ້ອນຮັບບຸນເຕັດໃຫ້ພໍ່ແມ່ຊາວຫວຽດນາມ ອາໄສຢູ່ລັດເຊຍ 

ທ່ານ ໂງດຶກແມ້ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລັດເຊຍ ໄດ້ອວຍພອນໃຫ້ຊາວຫວຽດນາມອາໄສຢູ່ລັດເຊຍ ໝົດທຸກຄົນ ປີໃຫມ່ ມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດໃນວຽກງານ, ສືບຕໍ່ຮັກສາຄວາມສາມັກຄີ, ປະກອບສ່ວນເຂົ້າໃນການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມແລະ ລັດເຊຍ ແລະ ຍາມໃດກໍ່ອ່ວາຍຫນ້າເມືອຫາບ້ານເກີດເມືອງນອນ.

ກ່ອນຫນ້ານັ້ນ ພໍ່ແມ່ຊາວຫວຽດນາມ ອາໃສຢູ່ ຝລັ່ງໄດ້ມີໂອກາດພົບປະກັນ, ເຂົ້າຮ່ວມລາຍການຕ້ອນຮັບບຸນເຕັດ ໂດຍສະຖານທູດຫວຽດນາມ ປະຈຳ ຝລັ່ງຈັດຂຶ້ນ.  ອ້າຍ ຫງວຽນແອງກວັນ, ປະຈຸບັນ ພວມເຮັດວຽກຢູ່ ປາຣີ ໃຫ້ຮູ້ວ່າ:

“ໃນໂອກາດບຸນເຕັດ, ລະດູບານໃຫມ່ ວຽນມາ ພວກຂ້າພະເຈົ້າໄດ້ຈັດຕັ້ງຫລາຍເຫດການ, ປີໃດກໍ່ຫໍ່ເຂົ້າຕົ້ມ, ຈັດລາຍການສະແດງສິລະປະ. ຜ່ານນັ້ນ ແນະນຳ, ໂຄສະນາພາບພົດຫວຽດນາມ,  ວັດທະນະທຳຫວຽດນາມ ເຖິງເພື່ອນມິດສາກົນ”

ວັນທີ 2 ກຸມພາ, ສະຖານທູດຫວຽດນາມ ປະຈຳ ຈີເລ ກໍ່ໄດ້ຈັດຕັ້ງລາຍການຕ້ອນຮັບບຸນເຕັດໃຫ້ພໍ່ແມ່ຊາວຫວຽດນາມ ພວມດຳລົງຊີວິດຢູ່ ຈີເລ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ຝ​ລັ່ງ ຊຸກ​ຍູ້​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ

ຫວຽດ​ນາມ ແລະ ຝ​ລັ່ງ ຊຸກ​ຍູ້​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ

ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ຝ​ລັ່ງ​ຈິ້ງ​ດຶກ​ຫ໋າຍ ​ສະ​ເໜີນ ທ່ານ Michel Criaud ແລະ ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ຊຸກ​ຍູ້​ກາ​ນ​ຮ່ວມ​ມື​ສອງ​ຝ່າຍ​ສົມ​ຫັບ​ຂອບ​ຂະ​ໜາດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຮອບ​ດ້ານ.

Top