• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຈຳການລັດຖະບານປຶກສາຫາລືມາດຕະການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດນ້ຳມັນອາຍແກສ ແລະ ການບິນ

ພ້ອມກັບການແກ້ໄຂຄວາມຫຍຸ້ງຍາກໃຫ້ທຸກວິສາຫະກິດພາຍໃນປະເທດ, ລັດຖະບານ ກໍ່ເອົາໃຈໃສ່ຫນູນຊ່ວຍວິສາຫະກິດ PVN  ແລະ Vietnam Airlines. 


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານການປະຊຸມປະຈຳການລັດຖະບານ

ພາບ: TTXVN


ຕອນບ່າຍວັນທີ 21 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານການປະຊຸມປະຈຳການລັດຖະບານ ກ່ຽວກັບບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ກຸ່ມບໍລິສັດນ້ຳມັນອາຍແກສແຫ່ງຊາດ ຫວຽດນາມ (PVN) ແລະ ບໍລິສັດໃຫຍ່ການບິນ ຫວຽດນາມ(Vietnam Airlines).  ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ ໃນສະພາບການພື້ນຖານເສດຖະກິດຖືກຜົນສະທ້ອນຈາກໂລກລະບາດ ໂຄວິດ 19, ບັນດາວິສາຫະກິດປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ, ສະນັ້ນ ພ້ອມກັບການແກ້ໄຂຄວາມຫຍຸ້ງຍາກໃຫ້ທຸກວິສາຫະກິດພາຍໃນປະເທດ, ລັດຖະບານ ກໍ່ເອົາໃຈໃສ່ຫນູນຊ່ວຍວິສາຫະກິດ PVN  ແລະ Vietnam Airlines. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ລັດຖະບານໄດ້ມີມະຕິແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ. ທ່ານນາຍົກລັດຖະມົນຕີ ສະເຫນີ PVN  ແລະ Vietnam Airlines ສືບຕໍ່ສ້າງໂຄງປະກອບພາຍໃນວິສາຫະກິດຄືນໃຫມ່, ໂຄງປະກອບການຕະຫລາດ, ໂຄງປະກອບແຮງງານຄືນໃຫມ່, ຫລຸດຜ່ອນລາຍຈ່າຍໃຫ້ຢູ່ໃນລະດັບຕ່ຳສຸດ, ຍົກສູງປະສິດທິຜົນການເຄື່ອນໄຫວກວ່າອີກ. ເພີ່ມທະວີການຄຸ້ມຄອງເສດຖະກິດ, ຕ້ານການຮົ່ວໄຫລ.
(ແຫຼ່ງຄັດຈາກ VOV)

ການປະທະກັນຢູ່ ຕາເວັນອອກກາງ: ອາເມລິກາ ບຸກໂຈມຕີທາງອາກາດເກາະ Qeshm ຂອງ ອີຣານ

ການປະທະກັນຢູ່ ຕາເວັນອອກກາງ: ອາເມລິກາ ບຸກໂຈມຕີທາງອາກາດເກາະ Qeshm ຂອງ ອີຣານ

ວັນ​ທີ 2 ພະ​ຈິກ​, ໜັງ​ສື​ພິມ Wall Street Journal ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ​ບັນ​ດາ​ເຈົ້າ​ໜ້າ​ທີ່ ອາ​ເມລິ​ກາ ໂດຍ​ໃຫ້​ຮູ້​ວ່າ​: ປະ​ເທດ​ນີ້​ໄດ້​ບຸກ​ໂຈມ​ຕີ​ເກາະ Qeshm ຂອງ​ອີ​ຣານ​. ຂໍ້​ມູນ​ຂ່າວ​ດັ່ງ​ກ່າວ​ໄດ້​ຍົກ​ອອກ​ມາ​ພາຍ​ຫຼັງ​ສຳ​ນັກ​ຂ່າວ​ສານ​ແຫ່ງ​ລັດ ອີ​ຣານ IRNA ໃຫ້​ຂ່າວ​ວ່າ ໄດ້​ເກີດ​ມີ​ເຫດລະ​ເບີດ​ໃນ​ເກາະ​ນອນ​ໃນ​ຊ່ອງ​ທະ​ເລ​ແຄບ Hormuz.

Top